ປະຫວັດ ທສກ & ວິໃສທັດ


ເພື່ອ​ປະຕິ​ບັດ​ຕາມ ​ທິດ​ທາງ​ການ​ປັບ​ປຸງ ​ຂອງ ​ລັດ​ຖະ​ບານ ​ວັນ​ທີ ​22 ​ມີນາ ​2021 ​ທະນາ​ຄານ​ສົ່ງເສີມ​ກະສິກຳ ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ທຶນ ​ກັບ ​ບໍ​ລິ​ສັດ ​ພົງ​ຊັບ​ທະວີ ​ກໍ່​ສ້າງ-ຂົວ​ທາງ ​ເຄຫາສະ​ຖານ ​ແລະ ​ຊົນ​ລະປະ​ທານ ​ຈຳກັດ​ຜູ້ດຽວ ​ຊຶ່ງຖືຮຸ້ນ​ ​70% ​ແລະ ​ທ​ສ​ກ ​ຕາງ​ໜ້າ​ລັດຖະບານ ​​ແມ່ນກະຊວງການເງິນ​​ ​ຖືຮຸ້ນ ​​30%​ ​), ​ດຳເນີນ​ທຸລະກິດ ​ພາຍໃຕ້ ​ການຄຸ້ມຄອງຂອງ​ທະນາຄານ​ແຫ່ງ ​ສປປ ​ລາວ ​ແລະ ​ລະບຽບ​ກົດຫມາຍ​ຂອງ ​ສປປ ​ລາວ ​ວາງອອກ​ໃນແຕ່ລະ ​ໄລຍະ, ​ພ້ອມທັງ​ປະຕິບັດຕາມ ​ສິດ​ຂອບ​ເຂດ ​ພາລະບົດ​ບາດ​ຂອງ​ຕົນ ​ໃນການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງຊາດ.

ທະນາຄານ​ສົ່ງເສີມ​ກະສິກຳ ​ສ້າງ​ຕັ້ງຂຶ້ນ​ຕາມດຳ​ລັດ​ຂອງ​ນາຍົກ​ລັດຖະ​ມົນຕີ ​ເລກ​ທີ ​92/ນ​ຍ ​ລົງ​ວັນ​ທີ ​19 ​ມິຖຸນາ ​1993, ​ໃຊ້​ຕົວ​ອັກ​ສອນ​ຫຍໍ້ ​“ທສກ” ​ເປັນ​ທະນາຄານ​ພັດທະນາ​ຕາມ​ຂະແໜງການ ​ເປັນ​ອົງການ​ນິຕິ​ບຸກຄົນ ​ໂດຍ​ມີຈຸດ​ປະສົງ​ເພື່ອ​ສະໜອງ​ສິນ​ເຊື່ອ ​ເຂົ້າໃນການ​ພັດທະນາ​ຂະແໜງ​ການ​ກະສິກຳ-ປ່າໄມ້ ​ເປັນ​ຕົ້ນຕໍ, ​ດຳເນີນ​ທຸລະກິດ​ໂດຍ​ບໍ່​ສະ​ແຫວງ​ຫາ​ຜົນ​ກຳໄລ, ​ສະໜອງ​ສິນເຊື່ອ​ດ້ວຍ​ອັດຕາ​ດອກ​ເບ້ຍຕໍ່າ​ໃຫ້​ຊາວ​ກະສິກອນ​ທັງເປັນລາຍກຸ່ມ ​ແລະ ​ລາຍ​ບຸກຄົນ ​ດ້ວຍ​ແຫຼ່ງ​ທຶນ​ຂອງ​ລັດຖະບານ ​ແລະ ​ອົງການ​ຕ່າງໆ​ສະໜອງ​ໃຫ້, ​ທສກ ​ໃນ​ເວລາ​ນັ້ນ​ບໍ່ໄດ້ເຮັດ​ໜ້າທີ່ລະ ​ດົມ​ເງິນ​ຝາກ, ​ດ​ຳເນີນ​ງານພາຍ​ໃຕ້ລະບຽບ​ຄຸ້ມຄອງ​ທີ່ແຕກ​ຕ່າງ​ຈາກ​ສະຖາ​ບັນ​ການ​ເງິນ​ອື່ນ. ​ມີທຶນ​ຈົດ​ທະ​ບຽນ​ເບື້ອງ​ຕົ້ນ​ທັງ​ໝົດ 1​,​000​,000​,000​ ​ກີບ ​(ໜຶ່ງຕື້ກີບ) ​ແບ່ງເປັນ ​1,000,000 ​ຮຸ້ນ, ​ຮຸ້ນລະ ​1,000 ​ກີບ ​ໂດຍ​ແມ່ນ​ກະຊວງ​ການ​ເງິນ​ເປັນ​ຜູ້ຖື​ຮຸ້ນ ​80% ​ຂອງ​ຈຳ​ນວນ​ຮຸ້ນ​ທັງໝົດ.


ວັນ​ທີ 21 ມິຖຸນາ 1993 ຜູ້​ວ່າ​ການ​ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ອອກ​ຂໍ້ຕົກ​ລົງ ເລກ​ທີ ​45/​ທຫລ ​ວ່າດ້ວຍ​ການ​ແຍກ​ກິດຈະການ​ສິນເຊື່ອ​ຊົນນະບົດ​ອອກຈາກ ​ທະນາຄານ​ນະ​ຄອນຫຼວງ ​ແລະ ​ທະນາຄານ​ເສດຖາ​ທິລາດ, ​ຈາກ ​ນັ້ນ ​ຄະນະ​ກະ​ກຽມ​ສ້າງຕັ້ງ ​ທະນາຄານ​ສົ່ງ​ເສີມ​ກະສິກໍາ ​ໄດ້ແຍກ​ຊັບສິນ​, ​ພະນັກງານ​ຈຳນວນ​ໜຶ່ງ​ອອກ​ຈາກ​ສອງທະນາ ​ຄານດັ່ງກ່າວ ​ເພື່ອ​ຮັບ​ປະກັນ​ໃຫ້ ​ທະນາຄານ​ສົ່ງ​ເສີມ​ກະສິກໍາ ​ທີ່​ໄດ້​ອະນຸມັດ​ສ້າງ​ຕັ້ງຂຶ້ນ​ ສາ​ມາດ​ເຄື່ອນໄຫວ​ຕາມພາ​ລະບົດ​ບາດຂອງ​ ຕົນ ​ແລະ ​ເປີດ​ການບໍລິການ​ໃຫ້ລູກຄ້າ​ໃນນະຄອນ​ຫຼວງ​ວຽງຈັນ ​ແລະ ​ແຂວງ​ຕ່າງໆ ​ທົ່ວ​ປະເທດ.​



ໃນ​ວັນທີ ​18​/​08/​1993 ​ທະ​ນາ​ຄານ​ສົ່ງເສີມ​ກະສິກຳ ​ໄດ້​ເປີດ​ພິທີ​ຂຶ້ນ​ຢ່າງ​ເປັນ​ທາງການ​ໂດຍ​ມີ​ສຳນັກ​ງານ​ໃຫຍ່​ຢູ່​ທີ່​ນະຄອນ​ຫຼວງ​ວຽງຈັນ, ​ມີໂຄງ​ສ້າງ​ການ​ຈັດ​ຕັ້ງຄື​: ​ສະພາ​ບໍລິຫານ ​6 ​ທ່ານ ​ເຊິ່ງ​ປະ​ກອບ​ດ້ວຍ ​ທ່ານ​ຮອງ​ຜູ້​ວ່າ​ການ​ທະນາ ​ຄານແຫ່ງ ​ສປປລາວ ​ເປັນ​ປະທານ, ​ຜູ້ອຳ​ນວຍ​ການ​ ເປັນ​ຮອງ​ປະທານ, ​ກະຊວງ​ການເງິນ​, ກະ​ຊວງ​ກະສິກ​ຳ, ​ກະ​ຊວງ​ການຄ້າ​ ​ແລະ ​ກົມ​ສິນ​ເຊື່ອ ​ທະນາ​ຄານ​ແຫ່ງ ​ສປປ ​ລາວ ​ເປັນສະມາຊິກ​; ​ມີຄະນະ​ອຳນວຍ​ການ ​2 ​ທ່ານ​, ​ມີ ​4 ​ພາກສ່ວນ​ທີ່ຕົ້ນຕໍ​ຢູ່​ສຳນັກ​ງານ​ໃຫຍ່ ​ຄື: ​ຫອ້ງ​ການ, ​ຈັດ​ຕັ້ງ, ​ບັນ​ຊີ ​ແລະ ​ສິນ​ເຊື່ອ, ​ມີ​ພະນັກ​ງານ​ປະກອບ​ເບື້ອງ​ຕົ້ນທັງ​ໝົດ ​ຈໍາ​ນວນ 52 ​ຄົນ ​ຍິງ 17​ ​ຄົນ.



ນັບ​ແຕ່ ​ເດືອນ​ມີນາ ​2000​-​2006​ ທະນາຄານ​ກໍ່ໄດ້​ດຳເນີນ​ການ​ເຄື່ອນໄ​ຫວພາຍ​ໃຕ້ດຳ​ລັດ ວ່າ​ດ້ວຍ​ທະນາ​ຄານ​ທຸ ລະ​ກິດ, ​ການ​ໃຫ້​ສິນ​ເຊື່ອແມ່ນ​ເລັງ​ໃສ່​ການ​ປະຕິ​ບັດ​ແຜນ​ງານ​ ແລະ ​ໂຄງ​ການ​ຂອງ​ລັດ​ຖະ​ບານ​ດ້ວຍ ​ອັດ​ຕາ​ດອກ​ເບ້ຍ​ຕໍ່າ ​ທ​ສ​ກ ​ໄດ້​ສຸມ​ໃສ່​ໃນ​ການ​ລະ​ດົມ​ແຫຼ່ງທຶນ​ເຂົ້າ​ສູ່ລະ​ບົບ​ເປັນ​ຕົ້ນ​ຕໍ​, ​ເພີ່ມ​ໜ້າ​ທີ່​ການ​ບໍ​ລິ​ການ ​ແລະ ​ຊຳ​ລະ​ສະ​ສາງ​ຫຼາຍ​ຂຶ້ນ, ໄດ້​ມີ​ລູກ​ຄ້າ​ເງິນ​ຝາກ​ທຸກ​ປະເພດ​ຫຼາຍ​ຂຶ້ນ, ​ຄຽງ​ຄູ່ກັບ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ຕາ​ໜ່າງ​ການ​ບໍລິການ​ຢູ່​ໃນ​ທົ່ວ​ປະ​ເທດ, ທະນາຄານ​ໄດ້​ມີ​ນະ​ໂຍບາຍ​ ແລະ ​ປະຕິບັດ​ຕາມ​ຂໍ້ກຳ​ນົດ, ​ລະ​ບຽບ​ການ​ຄວາມ​ໜັ້ນ​ຄົງ​ທີ່ ​ທະນາ​ຄານ​ແຫ່ງ​ ສປ​ປ ​ລາວ ​ໄດ້​ວາງ​ອອກ ​ເຊັ່ນ: ການ​ສ້າງ​ຄັງແຮ, ​ຫັກຄ່າ​ເສື່ອມ, ​ແຕ່​ເນື່ອງ​ຈາກ​ການ​ດຳ​ເນີນ​ທຸລະກິດ​ທີ່ບໍ່​ສະ​ແຫວງ​ຫາ​ຜົນ​ກຳໄລ​ເປັນ​ຕົ້ນຕໍ ​ແລະ ​ມີສ່ວນ​ຕ່າງ​ທີ່​ບໍ່​ເໝາະ​ສົມ ​ເຮັດ​ໃຫ້​ທະນາຄານ​ພົບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ການເງິນ​, ​ຄວາມ​ພຽງພໍ​ຂອງ​ທຶນ​ຢູ່ໃນ​ລະດັບ​ຕໍ່າ, ​ປີ ​2007 ​ເປັນ​ຕົ້ນມາ ​ທສກ ​ໄດ້ຮັບ​ຮອງ​ເອົາວິໄສທັດ​ໃໝ່​ຂອງ​ຕົນ ​ຄື: ​ເປັນ​ຜູ້ນຳໜ້າ​ໃນການ​ສະໜອງ​ການບໍລິ​ການ ​ການເງິນ​ໃນຊົນ​ນະບົດ, ​ດຳເນີນ​ທຸລະກິດ​ຕາມກົນ​ໄກຕະ​ຫຼາດ​, ​ກຸ້ມ​ຕົນເອງ​ທາງ​ດ້ານ​ການ​ເງິນ​ແບບ​ຍືນຍົງ​ເພື່ອ​ປະກອບ​ສ່ວນ​ໄລຍະຍາວ​ເຂົ້າ​ໃນການ​ຫຼຸດຜ່ອນ​ຄວາມ​ທຸກຍາກ​ ແລະ​ ການ​ຈະເລີນ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະກິດ​ ແລະ ​ຄວາມ​ວັດ​ທະນະ​ຖາ​ວອນ​ຂອງ ​ສປປ ​ລາວ​. ​ທະນາຄານ​ສົ່ງ​ເສີມ​ກະສິກຳ ​ໄດ້ມີ​ການ​ປັບປຸງ​ຮອບ​ດ້ານ ​ເຊັ່ນ: ​ທາງ​ດ້ານ​ນະໂຍ​ບາຍ​ລະບຽບ​ການ​, ​ກົນໄກ​ການຄຸ້ມ​ຄອງ​ບໍລິ​ຫານ​, ​ລົງ​ທຶນ​ໃສ່ໃນ​ການພັດ​ທະນາ​ບຸກ​ຄະ​ລາ​ກອນ​ ແລະ ​ຄຸ້ມ​ຄອງ​ຊັບ​ພະຍາ​ກອນ​ມະນຸດ​, ​ດ້ານ​ການ​ບັນຊີ​, ​ບໍ​ລິ​ຫານ​ຄວາມ​ສ່ຽງ​, ​ຍາດ​ແຍ່ງ​ການ​ຊວ່ຍ​ເຫຼືອ ​ແລະ ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ທາງ​ດ້ານ​ເຕັກ​ນິກ​ວິຊາ​ການ, ​ສຸມ​ໃສ່​ການ​ພັດທະ​ນາ​ລະບົບ​ຫັນ​ເປັນ​ທັນ​ສະ​ໄໝ ​ໂດຍ​ສະ​ເພາະ​ຍົກ​ລະດັບ​ລະ ​ບົບ​ເຕັກ​ໂນ​ໂລຊີ​ຂໍ້ມູນ​ຂ່າວ​ສານ​, ​ການ​ບໍລິ​ການ​ທີ່ມີ​ຫຼາກ​ຫຼາຍ​ຜະລິດ​ຕະພັນ​ເພື່ອ​ບໍລິການ​ລູກຄ້າ​, ​ກໍ່​ສ້າງ​ພື້ນ​ຖານ​ປະ ​ກອບ​ວັດຖຸ​ເຕັກນິກເພື່ອຮອງຮັບໃຫ້ແກ່ການດຳເນີນທຸລະກິດໃນອະນາຄົດ.

ວິໄສທັດ

​ສ້າງ ​ທ​ສ​ກ ​ໃຫ້​ກາຍ​ເປັນ​ທະນາຄານ​ເພື່ອ​ການ​ພັດ​ທະ​ນາ ​ຢ່າງ​ຮອບ​ດ້ານ ​ໂດຍ​ສະ​ເພາະ​ການ​ພັດ​ທະນາ​ກະສິກຳ​ ​ຕິດ​ພັນກັບ​ການປຸງ​ແຕ່ງ​ຢູ່​ຊົນນະບົດ ​ດ້ວຍ​ວິທີ​ການ​ຄຸ້ມ​ຄອງ​ທີ່​ທັນ​ສະໄໝ​, ​ໃຫ້​ບໍລິການ​ທາງ​ດ້ານ​ການ​ເງິນ​ແບບ​ຄົບວົງ ​ຈອນ ​ແລະ ​ການ​ຜະລິດ​ເປັນ​ສິນຄ້າ ​ເພື່ອ​ຍົກສູງ​ລະດັບ​ຄຸນນະ​ພາບ​ການ​ດຳລົງ​ຊີວິດ​ການ​ເປັນຢູ່​ຂອງ ​ຊາວ​ກະສິ​ກອນ ​ແບບ​ຢືນຍົງ​, ​ລົງທຶນ​ຄົບວົງ​ຈອນ​ໃນ​ການ​ພັດ​ທະນາ​ກະສິ​ກຳ-​ປ່າ​ໄມ້ ​ຕິດ​ພັນ​ກັບ​ອຸດສາ​ຫະກຳ​ທັນສະ​ໄໝ ​ທັງ​ສາ​ມາດ ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາ​ກົນ. ​ບືນ​ຕົວ​ກ້າວ​ຂຶ້ນ​ຈົດ​ທະ​ບຽນ​ໃນ​ຕະຫຼາດ​ຫຼັກຊັບລາວ ​ເພື່ອ​ເປັນ​ທະນາ​ຄານ​ມະຫາ ​ຊົນ ​ຢ່າງ​ແທ້ຈິງ.

ຍຸດທະສາດ

1. ໃຫ້​ບໍ​ລິ​ການ​ທາງ​ການ​ເງິນ​ທີ່​ສົມ​ບູນ​ແບບ ​ເພື່ອ​ຕອບ​ສະ​ໝອງ​ຄວາມ​ຕ້ອງ​ການ​ຂອງ​ລູກຄ້າ​ ​ໂດຍ​ເນັ້ນ​ໃສ່​ການ​ເພີ່ມ ​ປະ​ສິດ​ທິ​ພາບ​ຂອງ​ວົງ​ຈອນ​ການ​ສ້າງ​ຄຸນ​ຄ່າ​ດ້ານ​ກະ​ສິ​ກຳ ​ດ້ວຍ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ຝ່າຍ​ທີ່​ມີ​ສ່ວນ​ຮ່ວມ​.​

2. ພັດ​ທະ​ນາ​ການ​ບໍລິ​ຫານ​ຈັດ​ການ​ຊັບ​ພະ​ຍາ​ກອນ ​ຮ່ວມ​ກັບ​ບັນ​ດາ​ຝ່າຍ ​ເພື່ອ​ສົ່ງ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຊາວ ​ກະ​ສິ​ກຳ​ ແລະ ​ຊຸມ​ຊົນ ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ​, ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ ​ຢ່າງ​ທົ່ວ​ເຖິ່ງ​ ​ແລະ​ ​ເປັນ​ທຳ​.​

3. ບໍລິຫານທຶນໃຫ້ພຽງພໍກັບຄວາມຕ້ອງການ ພ້ອມທັງຈັດຫາທຶນທີ່ເໝາະສົມກັບລູກຄ້າ ແລະ ການດຳເນີນທຸລະກິດ ຂອງ ທສກ.

4. ​ສົ່ງ​ເສີມ​ການ​ນຳ​ໃຊ້​ນະ​ວັດ​ຕະ​ກຳ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ເພີ່ມ​ປະສິດ​ທິ​ພາບ​ການ​ບໍ​ລິ​ຫານ ​ແລະ ​ການ​ໃຫ້​ບໍ​ລິ​ການ ​ລວມ​ທັງ​ການ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ຂອງ​ລູກຄ້າ.

5. ຍຶດໝັ້ນ ການຄວບຄຸມ ແລະ ກິດຈະການທີ່ດີ ແລະ ຢຶດໝັ້ນ ການສ້າງຄຸນຄ່າທີ່ໝັ້ນຄົງ ຍືນຍົງ ເພື່ອສ້າງຄວາມດຸ່ນ ດ່ຽງລະຫວ່າງດ້ານເສດຖະກິດ ແລະ ສິ່ງແວດລ້ອມ.

6. ປະຕິຮູບ ສ້າງເຄື່ອງມືໃນການວິເຄາະການລົງທຶນ ຊັດເຈນ ມີປະສິດທິຜົນສູງ.

7. ພັດ​ທະ​ນາ​ທີມ​ໄອ​ທີ ​ພ້ອມ​ລະ​ບົບ​ເຕັກ​ໂນ​ໂລ​ຊີ ​ໃຫ້​ທັນ​ສະ​ໄໝ​, ​ສະ​ດວກ​, ​ວ່ອງ​ໄວ, ​ປອດ​ໄພ ​ເຂົ້າ​ກັບ​ວິຖີ​ຊີ​ວິດ​ປັດ ​ຈຸ​ບັນ​ ແລະ ​ອະ​ນາ​ຄົດ ​ທຽບ​ເທົ່າ​ທະ​ນາ​ຄານ​ພາຍ​ໃນ​ທີ່​ໄດ້​ມາດ​ຕະ​ຖານ ​ແລະ ​ພັດ​ທະ​ນາ​ຍົກ​ສູງ​ໃຫ້​ສາ​ມາດ​ເຊື່ອມ ​ໂຍງ​ກັບ​ສາກົນ.

8. ກ້າວສູ່ຄວາມເປັນເລີດ ໃນການພັດທະນາຜະລິດຕະພັນ ແລະ ສ້າງຜົນກໍາໄລຢ່າງ ສະໝໍ່າສະເໝີ.

ວັດທະນາທຳອົງກອນ

- ຄວາມຍືນຍົງ Sustainability (S): ຄວາມຍືນຍົງຂອງອົງກອນ, ພະນັກງານ, ລູກຄ້າ, ເຄື່ອຄ່າຍ, ຜູ້ຖືກ ຮຸ່ນ ແລະ ສິງແວດລ້ອມ.

- ການມີສ່ວນຮ່ວມ Participation (P): ການມີສ່ວນຮ່ວມຂອງຜູ້ທີ່ມີສ່ວນໄດ້ສ່ວນເສຍ.

- ການມີຄວາມຮັບຜິດຊອບ Accountability (A): ການຄຳນຶງເຖິງຄວາມຮັບຜິດຊອບຂອງຜູ້ບໍລິຫານ ແລະ ພະນັກງານ ທສກ.

- ການໃຫ້ຄວາມເຄົາລົບ Respect (R): ພະນັກງານ ທສກ ຕ້ອງໃຫ້ການເຄົາລົບ ໃຫ້ກຽດແກ່ຕົນເອງ, ລູກຄ້າ ແລະ ຜູ້ອື່ນ.

- ຄວາມ​ຮູ້ ​Know​ledge ​(K)​: ​ສົ່ງ​ເສີມ​ ​ແລະ ​ພັດ​ທະ​ນາ​ຄວາມ​ຮູ້ ​ຄວາມ​ສາ​ມາດ ​ໃຫ້​ກາຍ​ເປັນ​ວັດ​ທະ​ນະ​ທໍາ​ ​ເພື່ອ ​ທສກ ​ໃຫ້​ກາຍ​ເປັນ​ທະ​ນາ​ຄານ ​ແຫ່ງ​ການ​ຮຽນ​ຮູ້ ​ແລະ ​ນຳ​ໃຊ້​ນະ​ວັດ​ຕະ​ກຳ​ໃໝ່ ​ເພື່ອ​ສ້າງ​ລາຍ​ໄດ້​ໃຫ້​ແກ່ ​ຊາວ ກະສິກອນ.

​ເພື່ອ​ຕອບ​ສະ​ຫນອງ​ຕາມ​ນະ​ໂຍ​ບາຍ ​ແລະ ​ແນວ​ທາງ​ປ່ຽນ​ແປງ​ໃຫມ່​ຂອງ​ລັດ​ຖະ​ບານ ​ໃນ​ການ​ຫັນ​ປ່ຽນ ​ແລະ​ ປັບ​ປຸງ​ກົງ​ຈັກ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ​ ກໍ່​ຄື​ທະ​ນາ​ຄານ​ທຸ​ລະ​ກິດ​ລັດ​ ໃຫ້​ກາຍ​ເປັນ​ທຸລະກິດ​ແບບ​ຮ່ວມ​ທຶນ​, ​ສະນັ້ນ​ ​ລັດ​ຖະ​ບານ​ຈຶ່ງ​ໄດ້ຕົກ​ລົງ​ເຫັນ​ດີ​ໃຫ້ມີ​ການ​ເຊັນບົດ​ບັນທຶກ​ຄວາມ​ເຂົ້າໃຈ MoU ກ່ຽວ​ກັບ​ການ​ຮ່ວມ​ທຶນໃນ ທະນາຄານ​ສົ່ງເສີມ ​ກະສິກໍາ ​ລະ​ຫວ່າງ ​ກະ​ຊວງ​ການ​ເງິນ ແລະ ບໍລິສັດ​ພົງຊັບ​ທະວີ ​ກໍ່ສ້າງ-​ຂົວທາງ ເຄຫາ​ສະຖານ ແລະ ຊົນລະ​ປະທານ ຈຳກັດ​ຜູ້ດຽວ ໃນ​ວັນທີ 22 ມີ​ນາ 2021 ແລະ ກໍ່​ໄດ້​ພ້ອມ​ກັນ​ສຶກ​ສາຄົ້ນ​ຄວ້າ​ກ່ຽວກັບ ​ໂຄງ​ຮ່າງ​ການ​ຈັດຕັ້ງ​ ແລະ ບຸກ ຄະ​ລາ​ກອນ​, ​ສັນ​ຍາ​ຮ່ວມ​ທຶນ ແລະ ບັນຫາ​ອື່ນໆ ທີ່ປິ່ນ​ອ້ອມ. ຜ່ານ​ການ​ສຶກສາຄົ້ນ​ຄວ້າ ແລະ ດໍາເນີນ​ການຈັດ​ຕັ້ງປະຕິ ບັດຢ່າງ​ລະອຽດ​ຮັດກຸມ ແລະ ​ສາມາດ​ບັນລຸ​ຕາມ​ຂໍ້ກໍານົດ ​ແລະ ​ລະບຽບ​ການ​ຕ່າງໆ​ທີ່ວາງ​ໄວ້​; ​ລັດຖະບານ ​ຈຶ່ງ​ໄດ້​ຕົກ​ລົງ ​ເຫັນ​ດີໃຫ້ຮ່ວມທຶນ​ ແລະ ​ໄດ້ມີການເຊັນສັນຍາຮ່ວມທຶນ ໃນວັນທີ 13 ທັນວາ 2021 ລະຫວ່າງ ກະຊວງການເງິນ ​ແລະ ​ບໍລິສັດ ພົງຊັບທະວີ ກໍ່ສ້າງ-ຂົວທາງ ເຄຫາສະຖານ ແລະ ຊົນລະປະທານ ຈຳກັດຜູ້ດຽວ.


ມາຮອດ​ເດືອນ ​ກໍລະກົດ​ ປີ ​2022 ​ທະນາຄານສົ່ງ​ເສີມ​ກະສິກໍາ ​ກໍໄດ້​ສໍາເລັດ​ການ​ປັບປຸງ​ຮູບແບບ​ວິສາຫະກິດ ​ຈາກ ລັດວິ​ສາຫະກິດ ​ມາເປັນ ​ບໍລິ​ສັດ​ຈໍາກັດ ແລະ ​ປ່ຽນຊື່ເປັນ ​ທະນາຄານສົ່ງ​ເສີມ​ກະສິກໍາ ​ຈໍາກັດ. ​ຈຸດປະສົງ​ຂອງ ​ກຸ່ມບໍລິສັດ ​ພົງຊັບທະວີ ​ຕໍ່ແຜນ​ການລົງທຶນ​ໃນ ທສກ ​ຮ່ວມ​ກັບ ​ລັດຖະບານ​ແຫ່ງ ສປປ ​ລາວ ​ເພື່ອ ​ປະກອບ​ສ່ວນ​ໃນ​ການ​ປັບປຸງ​ ແລະ ​ພັດ​ທະນາ ​ທສກ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຮອບ​ດ້ານ​ ເປັນ​ຕົ້ນ​ແມ່ນ​ ດ້ານການບໍລິ ການ, ດ້ານເງິນທຶນ ແລະ ການໃຫ້ບໍລິການລູກຄ້າ ໂດຍອີງໃສ່ປະສົບການໃນການດຳເນີນທຸລະ ກິດຕະຫຼອດໄລຍະ 20 ປີ​ຜ່ານມາ ​ຂອງ​ບໍ​ລິ​ສັດ​ເຊິ່ງ​ໄດ້​ມີ​ປະ​ສົບ​ການ ໃນ​ການ​ຮ່ວມ​ທຶນ​ກັບ ທະນາຄານທຸລະ ກິດ ທັງພາຍໃນ ແລະ ຕ່າງປະ ເທດ ໃນການສະໝອງທຶນເຂົ້າໃສ່ການດຳເນີນ​ທຸລະກິດ ​ຂອງ​ກຸ່ມພົງຊັບທະ​ວີ​, ຈຶ່ງ​ຕ້ອງ​ການ​ນຳເອົາ​ບົດ​ຮຽນ ​ແລະ ປະ​ສົບ​ການ​ຕົວ​ຈິງ ທີ່ສະສົມໄດ້ເຂົ້າມາໝູນໃຊ້ຢູ່ໃນ ທສກ ໃຫ້ເກີດປະ ໂຫຍດສູງສຸດ, ປະກອບສ່ວນຢ່າງສຸດຄວາມ ສາມາດ ​ເຂົ້າໃນການພັດທະນາຂົງ​ເຂດ​ກະສິກຳ-ອຸດສາຫະກຳປຸງແຕ່ງ ຂອງ ສປປ ລາວ ໃຫ້​ມີ​ການ​ຜະ​ລິດ​ສິນຄ້າໂດຍ ສະເພາະສິນ​ຄ້າສົ່ງອອກ, ປະກອບສ່ວນ​ພັດທະນາຊົນນະບົດ ເພື່ອຊ່ວຍຍົກລະດັບ​ຄຸນນະພາບຊີວິດການເປັນຢູ່ຂອງ ປະຊາຊົນຢູ່ທ້ອງ ​ຖິ່ນໃຫ້ດີຂຶ້ນເລື້ອຍໆ.​


ສະນັ້ນ ສິ່ງທີ່ກ່າວມາຂ້າງເທິງ ແມ່ນເປັນໜຶ່ງໃນນະໂຍບາຍ ຂອງລັດຖະບານ ກໍຄືນະໂຍບາຍຂອງ ທສກ ພວກ ເຮົາ ໃນຍຸກໃໝ່ທີ່ເຫັນໄດ້ເຖິງຄວາມສຳຄັນ ເພື່ອເປັນການກະຕຸ້ນ, ​ຊຸກ​ຍູ້​ໃຫ້​ທຸລະ​ກິດ​ ສາ​ມາດເຂົ້າເຖິງແຫຼ່ງທຶນໃນອັດ ຕາດອກເບ້ຍ ທີ່ສົມເຫດສົມຜົນ, ສາມາດຈັດການການບໍລິຫານແບບຄ່ອງໂຕ, ສົ່ງເສີມທາງດ້ານວຽກງານກະສິກໍາຮັບປະກັນຮັບໃຊ້ສັງຄົມພາຍ​ໃນ​ປະ​ເທດ ເພື່ອຕອບສະ​ໜອງໃຫ້ແກ່ ປະຊາຊົນ ໃນບັນດາຂອບເຂດທົ່ວປະເທດ, ຊຸກຍູ້ສົ່ງ ເສີມການຜະລິດພາຍໃນປະເທດ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ເພື່ອສົ່ງອອກຕິດ​ພັນກັບ​ນະໂຍບາຍ ຂອງລັດຖະ​ບານ ເພື່ອກະຕຸ້ນເສດຖະກິດ ຕາມນະໂຍບາຍຂອງພາກລັດ ກໍຄືນະໂຍບາຍຂອງລັດຖະບານ ໃນການຕ້ານ ຟື້ນຟູເສດຖະກິດ, ພວກເຮົາ ຈະສຸມໃສ່.


ປະຕິຮູບວັດທະນະທຳຂອງອົງກອນ ແລະ ແບບແຜນວິທີການເຮັດວຽກ ຂອງຄະນະຜູ້ບໍລິຫານ ລວມເຖິງພະ ນັກງານວິຊາການ ໃນ​ຂອບເຂດ​ທົ່ວປະເທດ​ຂອງ​ອົງ​ກອນ ທສກ​, ເຮັດໃຫ້​ຫຼາຍໆ​ບັນຫາໄດ້​ຮັບການແກ້ໄຂໃນທາງບວກ ຢ່າງເປັນຮູບປະທໍາ, ໄດ້ກໍານົດ ແລະ ປະກາດວິໄສທັດ, ພາລະກິດ, ແຜນຍຸດທະສາດ ແລະ ແນວທາງການດໍາເນີນທຸລະກິດຂອງ ທສກ ຢ່າງ​ໜັກແໜ້ນ ແລະ ເຫັນໄດ້ຢ່າງ​ເດັ່ນຊັດທີ່ສຸດ ແມ່ນການຂັບເຄື່ອນທຸລະກິດໄດ້ຢ່າງວ່ອງໄວ ຂອງ ຄະນະຜູ້ບໍລິຫານ ທສກ ຊຸດໃໝ່ ທີ່ລ້ວນແລ້ວແຕ່ມີຄວາມຮູ້, ມີຄວາມສາມາດ, ມີບົດ​ຮຽນ, ມີປະສົບການ ແລະ ເປັນມືອາຊີບ​ບວກກັບ ການຊີ້ນຳ-ນຳພາ ຢ່າງໃກ້ຊິດ ຂອງປະທານຄະນະບໍລິຫານງານທີ່ມີວິໄສທັດກວ້າງໄກ, ມີບົດຮຽນ ໃນ ການຊີ້ນຳ-ນຳພາການດຳເນີນທຸລະກິດ, ມີຄວາມຮູ້-ຄວາມສາມາດ, ມີຈັນຍາບັນສູງ ແລະ ມີວິໄນເຂັ້ມ​ງວດ.

ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.251 21.387
THB 653,50 658,50
CNY 2.997 3.052
EUR 22.334 22.553
VND 0,83 0,84
ວັນທີ: 19-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :