ທະນາຄານສົ່ງເສີມກະສິກຳ ໄດ້ເປີດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດແຜນການປະຈຳປີ 2018, ກຳນົດທິດທາງແຜນການປະຈຳປີ 2019, ປະກາດການຈັດຕັ້ງຂັ້ນຄະນະຜູ້ບໍລິຫານຂັ້ນສູງ ແລະ ຈັດພິທີຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ.


ໃນຕອນເຊົ້າຂອງວັນທີ 04 ມີນາ 2018 ທີ່ຫ້ອງປະຊຸມ ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່ ໄດ້ເປີດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດແຜນການປະຈຳປີ 2018, ກຳນົດທິດທາງແຜນການປະຈຳປີ 2019, ປະກາດການຈັດຕັ້ງຂັ້ນຄະນະຜູ້ບໍລິຫານຂັ້ນສູງຂອງ ທະນາຄານສົ່ງເສີມກະສິກຳຈຳນວນໜຶ່ງ ແລະ ພິທີຍ້ອງຍໍຜົນງານເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ທຫລ ຄົບຮອບ 50 ປີ (ວັນທີ 10 ຕຸລາ 1968 – 10 ຕຸລາ 2018). ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຄະນະປະຈຳພັກ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສະພາບໍລິຫານ ທສກ. ເຊິ່ງມີຜູ້ເຂົ້າຮ່ວມຈາກກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ຄະນະອຳນວຍການ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງ ແລະ ສະມາຊິກພັກ ພະນັກງານເຂົ້າຮ່ວມທັງໝົດ 129 ທ່ານ ຍິງ 44 ທ່ານ.
ພາຍໃນກອງປະຊຸມ ທ່ານ ຄຳສິງ ແສງແກ້ວມະຫາວົງ ເລຂາຄະນະພັກຮາກຖານ, ວ່າການຜູ້ອຳນວຍການ ທສກ ໄດ້ຂຶ້ນລາຍງານການເຄື່ອນໄຫວວຽກງານປະຈຳປີ 2018, ທິດທາງແຜນການປີ 2019 ຂອງ ທສກ, ປະກາດການປັບປຸງການຈັດຕັ້ງຂັ້ນຄະນະຜູ້ບໍລິຫານຈຳນວນໜຶ່ງ ແລະ ພິທີຍ້ອງຍໍຜົນງານ 05 ປີ (2013-2018) ເນື່ອງໃນໂອກາດວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ ໃຫ້ແກ່ພະນັກງານຂອງ ທສກ ໃນທົ່ວລະບົບ ລາຍລະອຽດແຕ່ລະປະເພດມີ ຄື:
  • ທສກ ໄດ້ຮັບການຍ້ອງຍໍປະດັບຫລຽນໄຊແຮງງານຊັ້ນ III
  • ຫຼຽນໄຊແຮງງານຊັ້ນ II ຈຳນວນ 09 ສະຫາຍ ຍິງ 02 ສະຫາຍ
  • ຫຼຽນໄຊແຮງງານຊັ້ນ III ຈຳນວນ 52 ສະຫາຍ ຍິງ 17 ສະຫາຍ
  • ຫລຽນກາທີ່ລະນຶກ 50 ປີ ຂອງ ທຫລ ຈຳນວນ 698 ສະຫາຍ, ຍິງ 289 ສະຫາຍ
  • ຫຼຽນກາແຮງງານ ຈຳນວນ 113 ສະຫາຍ ຍິງ 37 ສະຫາຍ
  • ໃບຍ້ອງຍໍຈາກລັດຖະບານ ຈຳນວນ 159 ສະຫາຍ ຍິງ 65 ສະຫາຍ
  • ໃບຍ້ອງຍໍຈາກຜູ້ວ່າການທະນາຄານແຫ່ງ ສປປ ລາວ ຈຳນວນ 317 ສະຫາຍ ຍິງ 162 ສະຫາຍ
  • ໃບຊົມເຊີຍຂັ້ນ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ຈຳນວນ 348 ສະຫາຍ ຍິງ 158 ສະຫາຍ

  • ໃຫ້ກຽດຂຶ້ນມອບໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຄະນະປະຈຳພັກ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ຄຳສິງ ແສງແກ້ວມະຫາວົງ ວ່າການຜູ້ອຳນວຍການ ແລະ ທ່ານ ສູນທອນ ສຸພົມມະວົງ ຮອງຜູ້ອຳນວຍການ
    ຕາງໜ້າຂຶ້ນປະດັບຫຼຽນໄຊ ໂດຍທ່ານ ນາງ ວັດທະນາ ດາລາລອຍ ປະທານກອງປະຊຸມ, ຂຶ້ນປະດັບຫຼຽນກາແຮງງານ ໂດຍທ່ານ ຄຳສິງ ແສງແກ້ວມະຫາວົງ ຜູ້ອຳນວຍການ ທສກ, ຂຶ້ນມອບໃບຍ້ອງຍໍໂດຍ ທ່ານ ສູນທອນ ສຸພົມມະວົງ ຮອງຜູ້ອຳນວຍການ ທສກ ແລະ ຕາງໜ້າຂຶ້ນຮັບການຍ້ອງຍໍໂດຍ ຄະນະອຳນວຍການ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງ ແລະ ສະມາຊິກພັກ ພະນັກງານ. ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງຄຳໂອວາດຂອງທ່ານປະທານ ເຊິ່ງເຕັມໄປດ້ວຍຄວາມໝາຍຄວາມສຳຄັນ, ທັງເປັນທິດເຍືອງທາງອັນໃສແຈ້ງໃຫ້ແກ່ ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງ ແລະ ສະມາຊິກພັກ ພະນັກງານ ໂດຍເນັ້ນໜັກໃຫ້ມີຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ມີຄວາມສາມາດ, ມີຄວາມຮັບຜິດຊອບ, ຄວາມເປັນແບບຢ່າງນຳໜ້າ, ຫົວຄິດປະດິດສ້າງ, ກ້າຄິດກ້າເຮັດ ແລະ ກ້າຮັບຜິດຊອບ ເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ, ສືບຕໍ່ປັບປຸງແບບແຜນວິທີການເຮັດວຽກ, ການຊີ້ນຳ-ນຳພາປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີແຜນການ ແລະ ຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດ, ຍົກສູງຄວາມຮັບຜິດຊອບ, ມີການສະຫຼຸບລາຍງານຖອດຖອນບົດ ຮຽນຢ່າງເປັນປົກກະຕິ, ເພີ່ມທະວີວຽກງານກວດກາຂອງພັກ-ລັດໃຫ້ສູງຂຶ້ນ, ເພື່ອຮັບປະກັນການປະຕິບັດວຽກງານໃຫ້ມີປະສິດທິພາບ, ໃຫ້ມີຄວາມໂປ່ງໃສ ແລະ ຖືກຕ້ອງ, ພ້ອມກັນເອົາໃຈໄສ່ຕ້ານ ແລະ ສະກັດກັ້ນທຸກປະກົດການຫຍໍ້ທໍ້ບໍ່ໃຫ້ເກີດຂຶ້ນໃນໝູ່ພະນັກງານ ທສກ ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນດຽວກັນ.
    ສະກຸນເງິນ ອັດຕາຊື້ ອັດຕາຂາຍ
    USD 21.251 21.387
    THB 653,70 658,20
    CNY 2.997 3.052
    EUR 22.502 22.722
    VND 0,83 0,84
    ວັນທີ: 24-04-2024 ລາຍລະອຽດ »

    ບໍລິການ Bill Payment

    ATM Location

    ຈູດບໍລິການ ATM

    ຕິດຕາມ ທສກ ໄດ້ທີ່ :