ຂ່າວ ແລະ ການເຄື່ອນໄຫວ ທສກ.

"ຂໍເຊີນຊວນບັນດາທ່ານເຂົ້າຮ່ວມ “ການແຂ່ງຂັນອອກແບບໂລໂກ້ APB Bank.”

ເປີດໂອກາດດີໆໃຫ້ກັບບັນດາທ່ານທີ່ມີຄວາມສາມາດແລະຄວາມຄິດສ້າງສັນຜູ້ສະມັກສາມາດສົ່ງຜົນງານໄດ້ບໍ່ຈຳກັດ,

1.ສາມາດສົ່ງຜົນງານໄດ້ຕັ້ງແຕ່ມື້ນີ້ ຈົນເຖິງ 19 ສິງຫາ 2022.

2.ສົ່ງຜົນງານໄດ້ 2 ຊ່ອງທາງຕາມລາຍະອຽດໃນໂພສ ພ້ອມກັບອະທິບາຍແນວຄິດການອອກແບບ ຊື່ແລະນາມສະກຸນ ເບີໂທຕິດຕໍ່ທີ່ສາມາດຕິດຕໍ່ໄດ້ຕິດຂັດມາພ້ອມ....

ອ່ານຕໍ່...>>
ພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ.

ໃນຕອນບ່າຍຂອງວັນພຸດ ວັນທີ 09 ມີນາ 2022 ເວລາ 14:30 ໂມງ ຢູ່ທີ່ຫ້ອງປະຊຸມຊັ້ນ 8 ຂອງ ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີມອບຮັບ-ຮັບໜ້າທີ່ ລະຫວ່າງ ວ່າການຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ (ຜູ້ເກົ່າ) ຄື: ທ່ານ ສຸພັກ ຖິ່ນໄຊພອນ ແລະ ທ່ານ ບຸນເລີດ ສິນລາດຊະວົງ ຂຶ້ນເປັນຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດ, ....

ອ່ານຕໍ່...>>
ທະນາຄານສົ່ງເສີມກະສິກຳ ມອບເງິນອຸປະຖຳຈັດງານ ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປີ 2022 ແລະ ພິທີເປີດ ອຸທິຍານແຫ່ງຊາດ ດົງຫົວສາວ ແລະ ອຸທິຍານແຫ່ງຊາດ ເຊປຽນ. .

ໃນຕອນບ່າຍຂອງວັນພຸດ ວັນທີ 09 ມີນາ 2022 ເວລາ 14:30 ໂມງ ຢູ່ທີ່ຫ້ອງປະຊຸມຊັ້ນ 8 ຂອງ ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີມອບຮັບ-ຮັບໜ້າທີ່ ລະຫວ່າງ ວ່າການຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ (ຜູ້ເກົ່າ) ຄື: ທ່ານ ສຸພັກ ຖິ່ນໄຊພອນ ແລະ ທ່ານ ບຸນເລີດ ສິນລາດຊະວົງ ຂຶ້ນເປັນຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ພົງສະຫວັດ ເສນາພວນ ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດ, ....

ອ່ານຕໍ່...>>
ທະນາຄານສົ່ງເສີມກະສິກຳ ມອບເງິນຊ່ວຍເຫຼຶອຜູ້ປະສົບໄພນ້ຳຖ້ວມ ທີ່ແຂວງສະຫວັນນະເຂດ.

ໃນວັນທີ 08 ມັງກອນ 2021 ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ, ທະນາຄານສົ່ງເສີມກະສິກຳ ໄດ້ມອບເງິນຊ່ວຍເຫຼຶອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ ລວມມູນຄ່າ 50 ລ້ານກີບ, ຕາງໜ້າມອບໂດຍທ່ານ ຄຳສິງ ແສງແກ້ວມະຫາວົງ ຜູ້ອຳນວຍການໃຫຍ່ ທະນາຄານສົ່ງເສີມກະສິກຳ ພ້ອມດ້ວຍຄະນະ ຕາງໜ້າຮັບໂດຍ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງ ສະຫວັນນະເຂດ, ພ້ອມດ້ວຍຄະນະ ເຂົ້າຮ່ວມເປັນສັກຂີພະຍານ....

ອ່ານຕໍ່...>>
ທສກ ສາຂາ ສະຫວັນນະເຂດ ສະຫລຸບວຽກງານການດຳເນີນທຸລະກິດ ປະຈຳໄຕມາດ I ປີ 2020.

ຕອນເຊົ້າຂອງວັນທີ 11 ພຶດສະພາ 2020 ເວລາ 08:00 ໂມງ ທີ່ຫ້ອງປະຊຸມຊັ້ນ 4 ທສກ ສາຂາສະຫວັນນະເຂດ ໄດ້ເປີດກອງປະຊຸມສະຫຼຸບວຽກງານດຳເນີນທຸລະກິດປະຈຳໄຕມາດ I ປີ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ອິນປັນ ໄຊຍະປັນຍາ ເລຂາຫນ່ວຍພັກ ຫົວຫນ້າສາຂາ ທສກ ສະຫວັນນະເຂດ ໂດຍມີ ຄະນະສາຂາ ,ຄະນະ ຂະແຫນງ, ຫົວຫນ້າຫນ່ວຍບໍລິການ ແລະ ພະນັກງານນິຕິກຳ ສາຂາ ເຂົ້າຮ່ວມ ລວມທັງຫມົດມີ 21 ທ່ານ ຍິງ 6 ທ່ານ...

ອ່ານຕໍ່...>>
ກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໝຸ່ມ ຮາກຖານ ທສກ ຄັ້ງທີ VI.

ໃນຕອນບ່າຍ ຂອງວັນທີ 13 ທັນວາ 2019 ເວລາ 13:30 ໂມງ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 8 ຂອງທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່, ໄດ້ເປີດກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໝຸ່ມ ຮາກຖານ ທສກ ຄັ້ງທີ VI ໂດຍການເປັນປະທານຂອງ ສະຫາຍ ກໍລະກັນ ແສງອະໄພ ເລຂາຄະນະບໍລິຫານງານຊາວໝຸ່ມ ທສກ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຫາຍປະລິຍາເອກ ອາຄົມ ປະເສີດ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ...

ອ່ານຕໍ່...>>
ທສກ ສາຂາ ສະຫວັນນະເຂດ ເປີດກອງປະຊຸມສະຫຼຸບທົບທວນຄືນ ວຽກງານ ບັນຊີ-ໄອທີ ແລະ ຝຶກອົບຮົມ ການນຳໃຊ້ Cash note ແລະ E-information.

ໃນວັນທີ 07/12/2019 ຜ່ານມາ ທະນາຄານສົ່ງເສີມກະສິກຳ ສາຂາ ສະຫວັນນະເຂດ ໄດ້ເປີດກອງປະຊຸມ ສະຫຼຸບທົບທວນຄືນ ວຽກງານບັນຊີ - ໄອທີ ໄລຍະ10 ເດືອນ ປີ 2019 ຢູ່ທີ່ ຫ້ອງປະຊຸມຊັ້ນ 4 ຂອງສາຂາ ໂດຍການເປັນປະທານໂດຍ ທ່ານ ພຸດທະສິນ ສີເມືອງ ຮອງຫົວຫນ້າ ສາຂາ ສະຫວັນນະເຂດ...

ອ່ານຕໍ່...>>
ພິທີເປີດ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຢ່າງເປັນທາງການ ແລະ ເປີດໂຕການບໍລິການໂອນເງິນຂ້າມທະນາຄານ ໂດຍຜ່ານຕູ້ ATM .

ຕອນບ່າຍ ວັນທີ 25 ພະຈິກ 2019 ທີ່ຜ່ານມາ ໄດ້ມີພິທີເປີດໂຕ ບໍລິສັດ ລາວເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຢ່າງເປັນທາງການ ທີ່ໂຮງແຮມຄຣາວ ພລາຊ່າ ວຽງຈັນ ແລະ ເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານ ໂດຍຜ່ານຕູ້ ເອທີເອັມ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍການເຂົ້າຮ່ວມຂອງບັນດາຕາງໜ້າຜູ້ຖືຮຸ້ນຂອງບໍລິສັດ, ບັນດາກົມຂອງ ທະນາຄານ ແຫ່ງ ສປປ ລາວ, ບັນດາກະຊວງ, ທະນາຄານທຸລະກິດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ...

ອ່ານຕໍ່...>>
ກອງປະຊຸມໃຫຍ່ ຄັ້ງທີ IV ກຳມະບານຮາກຖານ ທະນາຄານສົ່ງເສີມກະສິກໍາ (ທສກ) ສໍາເລັດລົງ ດ້ວຍໝາກຜົນອັນຈົບ ງາມໃນວັນທີ 12 ກໍລະກົດ 2019 .

ກອງປະຊຸມໃຫຍ່ ຄັ້ງທີ IV ກຳມະບານຮາກຖານ ທະນາຄານສົ່ງເສີມກະສິກໍາ (ທສກ) ສໍາເລັດລົງ ດ້ວຍໝາກຜົນອັນຈົບ ງາມໃນວັນທີ 12 ກໍລະກົດ 2019 ແລະໄດ້ດຳເນີນມາເປັນເວລາເຄິ່ງວັນ ທີ່ສໍານັກງານໃຫຍ່ ທສກ ນະຄອນຫຼວງວຽງຈັນ ຊຶ່ງໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ຢ່າງພາວະວິໃສ ແລະພ້ອມກັນເປັນເຈົ້າການ ເລັ່ງໃສ່ສະໜອງສິນເຊື່ອເຂົ້າໃສ່ຂະແໜງກະສິກຳເປັນຫຼັກໃຫ້ກວມເອົາ 80% ຊຶ່ງກອງປະຊຸມຄັ້ງນີ້ໄດ້ໃຫ້ກຽດເຂົ້າຮ່ວມຂອງສະຫາຍນາງ ຂັນແກ້ວ ຫຼ້າມະນີເງົາ ຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ)...

ອ່ານຕໍ່...>>
ທສກ ສາຂາສະຫວັນະເຂດ ເຂົ້າຮ່ວມກອງປະຊຸມ ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງ ກະກຽມກອງປະຊຸມໃຫຍ່ຂອງ 5 ໜ່ວຍພັກ .

ຕອນບ່າຍຂອງວັນທີ 18/05/2019 ຜ່ານມາທີ່ຫ້ອງປະຊຸມ ທະນາຄານສົ່ງເສີມກະສິກຳ ສາຂາສະຫວັນ ນະເຂດ ໄດ້ເປີດກອງປະຊຸມບັ້ນດຳເນີນຊີວິດການເມືອງໂດຍການເປັນປະທານ ຂອງ ສະຫາຍ ວົງພະຈັນ ແສງສຸວັນ ເລ ຂາຄະນະພັກຮາກຖານ ທະນາຄານ ແຫ່ງ ສປປ ລາວ ສາຂາສະຫວັນນະເຂດ. ມີແຂກເຂົ້າຮ່ວມຈາກ ຄະນະຈັດຕັ້ງ ແຂວງ, ຄະນະກວດກາພັກແຂວງ, ລວມທັງໝົດ 29 ສະຫາຍ ຍິງ 11 ສະຫາຍ, ສະມາຊິກສຳຮອງ 4 ສະຫາຍ. ໃນນັ້ນ ສະຫາຍ ອິນປັນ ໄຊຍະປັນຍາ ເລຂາໜ່ວຍພັກ, ຫົວໜ້າສາຂາ ທສກ ສະຫວັນນະເຂດ...

ອ່ານຕໍ່...>>
ທະນາຄານສົ່ງເສີມກະສິກຳ ໄດ້ເປີດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດແຜນການປະຈຳປີ 2018, ກຳນົດທິດທາງແຜນການປະຈຳປີ 2019, ປະກາດການຈັດຕັ້ງຂັ້ນຄະນະຜູ້ບໍລິຫານຂັ້ນສູງ ແລະ ຈັດພິທີຍ້ອງຍໍຜົນງານ 5 ປີ ເນື່ອງໃນໂອກາດວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ.

ໃນຕອນເຊົ້າຂອງວັນທີ 04 ມີນາ 2018 ທີ່ຫ້ອງປະຊຸມ ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່ ໄດ້ເປີດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດແຜນການປະຈຳປີ 2018, ກຳນົດທິດທາງແຜນການປະຈຳປີ 2019, ປະກາດການຈັດຕັ້ງຂັ້ນຄະນະຜູ້ບໍລິຫານຂັ້ນສູງຂອງ ທະນາຄານສົ່ງເສີມກະສິກຳຈຳນວນໜຶ່ງ ແລະ ພິທີຍ້ອງຍໍຜົນງານເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງ ທຫລ ຄົບຮອບ 50 ປີ (ວັນທີ 10 ຕຸລາ 1968 – 10 ຕຸລາ 2018). ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຄະນະປະຈຳພັກ...

ອ່ານຕໍ່...>>
ພິທີເຊັນສັນຍາ ວ່າດ້ວຍການໃຫ້ບໍລິການຮັບຊຳລະຄ່າພາສີທີ່ດິນ ຜ່ານລະບົບທະນາຄານ ລະຫວ່າງ ກົມສ່ວຍສາອາກອນ ກະຊວງການເງິນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ເຊັນສັນຍາການເປັນຕົວແທນໃຫ້ບໍລິການຮັບຊຳລະຄ່າພາສີທີ່ດິນຜ່ານ 06 ທະນາຄານຕົວແທນ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ວັນທີ 17/12/2018.

ໃນວັນຈັນ ວັນທີ 17 ທັນວາ 2018, ໄດ້ມີພິທີເຊັນສັນຍາ ແລະ ເປີດນຳໃຊ້ລະບົບຊໍາລະຄ່າພາສີທີ່ດິນຜ່ານລະບົບຂອງ ທະນາຄານ ລະຫວ່າງ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ຢູ່ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ. ຕາງໜ້າລົງນາມສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າສ່ວຍສາອາກອນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. ນອກຈາກນີ້ກໍ່ໄດ້ມີບັນດາ 06 ທະນາຄານ...

ອ່ານຕໍ່...>>
ພິທີເຊັນສັນຍາວ່າດ້ວຍການເປັນຕົວແທນຮັບຊໍາລະຄ່າທຳນຽມທາງ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານສົ່ງເສີມກະສິກຳ.

ໃນວັນທີ 04 ກັນຍາ 2018, ທີ່ທະນາຄານສົ່ງເສີມກະສິກຳ ສໍານັກງານໃຫ່ຍ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການເປັນຕົວແທນຮັບຊໍາລະຄ່າທໍານຽມທາງ ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ແລະ ທະນາຄານສົ່ງເສີມກະສິກຳ ( ທສກ )ຕ່າງໜ້າລົງນາມໃນຄັ້ງນີ້...

ອ່ານຕໍ່...>>
ພິທີມອບ-ຮັບໜ້າທີ່ລະຫວ່າງຜູ້ອຳນວຍການ ທສກ(ຜູ້ເກົ່າ) ແລະ ຜູ້ອຳນວຍການ ທສກ(ຜູ້ໃໝ່).

ໃນວັນທີ 14 ສິງຫາ 2018 ທີ່ຜ່ານມາ ເວລາ 13:30 ໂມງ ທີ່ຫ້ອງປະຊຸມໃຫ່ຍ ຂອງທະນາຄານສົ່ງເສີມກະສິກຳໄດ້ມີພິທີມອບຮັບໜ້າທີ່ໃໝ່ລະຫ່ວາງ ທ່ານ ວຸດທີ ເລື່ອນວິໄລວົງ ຜູ້ອຳນວຍການ ທສກ ຜູ້ເກົ່າ ແລະ ທ່ານ ຄຳສິງ ແສງແກ້ວມະຫາວົງ ຜູ້ໃໝ່ ຢ່າງເປັນທາງການ...

ອ່ານຕໍ່...>>
ທສກ ສຳນັກງານໃຫ່ຍສຳເລັດວຽກງານສຳມະນາແລກປ່ຽນບົດຮຽນຄວາມຮູ້ພື້ນຖານຫຼັກການຕະຫຼາດແລະການຕະຫຼາດຍຸກໃໝ່

ທະນາຄານ ສົ່ງເສີມກະສິກຳ ສຳນັກງານໃຫ່ຍ ສຳເລັດວຽກງານສຳມະນາແລກປ່ຽນບົດຮຽນຫົວຂໍ້ ຄວາມຮູ້ພື້ນຖານຫຼັກການຕະຫຼາດ ແລະ ການຕະຫຼາດຍຸກໃໝ່ ໃຫ້ກັບພະນັກງານການນຳ ແລະ ພະນັກງານວິຊາການທົ່ວລະບົບ ຕາມແຜນການພັດທະນາຍົກລະດັບ...

ອ່ານຕໍ່...>>
ທສກ ສາຂາເຊກອງຝຶກອົບຮົມທົວທວນການຄຸ້ມຄອງບໍລິຫານສິນເຊື່ອ.

ໃນທ້າຍອາທິດຜ່ານມາ ທສກ ສາຂາເຊກອງໄດ້ຈັດກອງປະຊຸມ ທົບທວນການຄຸ້ມຄອງວຽກງານສິນເຊື່ອໄລຍະໃໝ່...

ອ່ານຕໍ່...>>
ທສກ ສາຂາສະຫວັນນະເຂດເປີດກອງປະຊຸມວຽກງານສິນເຊື່ອ.

ໃນວັນທີ 2 ມີຖຸນາ 2018 ທີ່ຜ່ານມາ ທສກ ສາຂາສະຫວັນນະເຂດໄດ້ເປີດກອງປະຊຸມວຽກງານສິນເຊື່ອ ໂດຍການເປັນປະທ່ານ ຂອງ ທ່ານ ສູນທອນ ສຸພົມມະວົງ ຮອງຜູ້ອຳນວຍການ ທະນາຄານສົ່ງເສີມກະສິກຳ...

ອ່ານຕໍ່...>>
ສາຂາບໍ່ແກ້ວເປີດກອງປະຊຸມທົບທວນວຽກງານສິນເຊື່ອ ປະຈຳປີ 2017 ແລະ ທິດທາງແຜນການປີ 2018.

ໃນວັນທີ 3 ມີນາ 2018 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມ ທສກ ສາຂາ ແຂວງບໍ່ແກ້ວໄດ້ເປີດກອງປະຊຸມວຽກງານສິນເຊື່ອສາຂາ ປະຈຳປີ 2017 ແລະ ທິດທາງແຜນການໃນປີ 2018 ຂື້ນ ໂດຍການເປັນປະທານຂອງທ່ານ ຄຳໃບ ໄຊຍະສອນ ຫົວໜ້າ ທສກ ສາຂາບໍ່ແກ້ວ...

ອ່ານຕໍ່...>>
ກອງປະຊຸມປຶກສາຫາລີເຄື່ອນໄຫວວຽກງານ ທສກ ໜ່ວຍບໍລິການທ່າແຕງ.

ໃນວັນທີ 22 ກຸມພາ 2018 ທີ່ຜ່ານມາ ທີ່ເມືອງທ່າແຕງ ໄດ້ເປີດກອງປະຊຸມປຶກສາຫາລື ການເຄື່ອນໄຫວວຽກງານ ທສກ ສາຂາເຊກອງ ໜ່ວຍບໍລິການຝ່າຍ ທສກ ໂດຍຕ່າງໜ້າ ທ່ານ ຄຳສະແຫວງ ສີວິສັກ ຮອງຫົວໜ້າສາຂາ ຜູ້ຊີ້ນຳວຽກງານສິນເຊື່ອ ແລະ ການຕະຫຼາດ...

ອ່ານຕໍ່...>>
ທສກ ສາຂາບໍ່ແກ້ວໄດ້ເປີດກອງປະຊຸມມອບ-ຮັບຕຳແໜ່ງເລຂາໜ່ວຍພັກ, ເລື່ອນສະມາຊິກພັກ.

ໃນຄັ້ງວັນທີ 09-02-2018 ທີ່ຜ່ານມາ ທີ ທສກ ສາຂາບໍ່ແກ້ວ ໄດ້ເປີດກອງປະຊຸມໜ່ວຍພັກ ເພື່ອມອບ-ຮັບເລຂາໜ່ວຍພັກໃໝ່, ເລື່ອນສາມາຊິກພັກຂື້ນເປັນສົມບູນ...

ອ່ານຕໍ່...>>
ທສກ ສາຂາຫຼວງນ້ຳທາເປີດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2017.

ໃນວັນທີ 20 ມັງກອນ 2018 ທີ່ຜ່ານມາ ທີ່ຫ້ອງປະຊຸມ ທສກ ສາຂາຫຼວງນ້ຳທາ ໄດ້ເປີດກອງປະຊຸມແຜນລາຍຈ່າຍວຽກງານໂຄສະນາປະຈຳປີ 2018 ຂື້ນພາຍໃຕ້ການເປັນປະທານຂອງທ່ານ ອິນປອນ ຄົມວິຈິດ...

ອ່ານຕໍ່...>>
ທສກ ສາຂາຈຳປາສັກເປີດກອງປະຊຸມ ທາບທາມບຸກຄະລາກອນ.

ໃນວັນທີ 16 ມັງກອນ 2018 ທີ່ຜ່ານມາ ທສກ ສາຂາຈຳປາສັກ ໄດ້ເປີດກອງປະຊຸມທາບທາມ ບຸກຄະລາກອນ ຕຳແໜ່ງຄະນະສາຂາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພຸດທະຮັກ ພົນເສນາ...

ອ່ານຕໍ່...>>
ອົງການຈັດຕັ້ງມະຫາຊົນ ທສກ ສ້າງຂະບວນການອອກແຮງງານ.

ໃນວັນເສົາ ວັນທີ 23 ມັງກອນ 2021 ທີ່ຜ່ານມາ 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານສົ່ງເສີມກະສິກຳ ໄດ້ສ້າງຂະບວນການອອກແຮງງານລວມໝູ່ ໂດຍການເຮັດອານາໄມຫ້ອງການສຳນັກງານໃຫຍ່ ແລະ ແຕັມເສັ້ນ ເພື່ອຈັດສັນສະຖານທີ່ຈອດລົດໃຫ້ລູກຄ້າ ແລະ ພະນັກງານ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ....

ອ່ານຕໍ່...>>
ສະຫຼຸບຜົນງານນັກກິລາ ທສກ ເຂົ້າຮ່ວມການແຂ່ງຂັນກິລາ.

ສະຫຼຸບຜົນງານນັກກິລາ ທສກ ເຂົ້າຮ່ວມການແຂ່ງຂັນກິລາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ...

ອ່ານຕໍ່...>>
ທສກ ສາຂາເຊກອງຮ່ວມກັບອົງການຈັດຕັ້ງລັດມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນ.

ໃນທ້າຍອາທິດທີ່ຜ່ານມາ ທສກ ສາຂາເຊກອງ ໄດ້ ລົງເຄື່ອນໄຫວຮາກຖານ ຂົງເຂດເມຶອງທ່າແຕງ ກັບອົງການຈັດຕັ້ງລັດມອບເຄື່ອງວັດຖຸປັດໃຈ ໃຫ້ປະຊາຊົນ 12 ບ້ານທີ່ຢູ່ຫ່າງໄກສອກຫຼີກ...

ອ່ານຕໍ່...>>
ທສກ ຫຼວງພະບາງ ເຂົ້າຮ່ວມຈັດຕັ້ງ ບູດໂຄສະນາ.

ໃນວັນທີ 21-08-2017 ທີ່ຜ່ານມາ ທສກ ສາຂາຫຼວງພະບາງ ໄດ້ເຂົ້າຮ່ວມຕັ້ງບູດໂຄສະນາຜະລິດຕະພັນ ແລະ ການບໍລິການທະນາຄານ ໂດຍຈັດຮ່ວມກັບບັນດາທະນາຄານພາກລັດ...

ອ່ານຕໍ່...>>

ລະຄອນສັ້ນ ສົ່ງເສີມຄວາມຮູ້

ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21.257 21.393
THB 653,02 657,52
CNY 2.994 3.048
EUR 22.502 22.722
VND 0,83 0,84
ວັນທີ: 25-04-2024 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :