ຕົວແທນໃຫ້ບໍລິການຜ່ານປ່ອງບໍລິການ

ຊໍາລະຄ່າສາທາລະນູປະໂພກ:

  • ຊໍາລະຄ່ານ້ຳປະປາ: ລູກຄ້າຕ້ອງນຳໃບແຈ້ງຄ່ານໍ້າປະປາ ມາພ້ອມໃນການຊຳລະທຸກຄັ້ງ ຫຼື ແຈ້ງເລກທີຜູ້ໃຊ້ນ້ຳປະປາກໍ່ສາມາດຊຳລະໄດ້.
  • ຊໍາລະຄ່າໄຟຟ້າ: ລູກຄ້າຕ້ອງນຳໃບແຈ້ງຄ່າໄຟຟ້າ ມາພ້ອມໃນການຊຳລະທຸກຄັ້ງ.
  • ບໍລິການຮັບຊຳລະຄ່າໂທລະສັບ ແລະ ຄ່າອິນເຕີເນັດ.
  • ບໍລິການຕື່ມເງິນ ແລະ ຖອນເງິນ ສົດເຂົ້າກະເປົາເງິນ M-Money ແລະ U-Money.
  • ຊໍາລະຄ່າທຳນຽມທາງ
  • ຊໍາລະຄ່າພາສີທີ່ດິນ
  • ຊໍາລະຄ່າງວດສິນຄ້າ ແລະ ຜ່ອນລົດ:

  • ຊໍາລະຄ່າສິນເຊື່ອ ບໍລິສັດ ກຸງສີ: ລູກຄ້າຕ້ອງແຈ້ງເລກທີສັນຍາ ພ້ອມອັດຕາແລກປ່ຽນປະຈຳວັນ.
  • ຊໍາລະຄ່າສິນເຊື່ອ ບໍລິສັດ ມະຫາທຶນ ເຊົ່າສິນເຊື່ອ ມະຫາຊົນ.
  • ຊໍາລະຄ່າຜ່ອນລົດຂອງ ກຸ່ມບໍລິສັດ ໂຄລາວ: ລູກຄ້າຕ້ອງແຈ້ງເລກທີສັນຍາ.
  • ຊຳລະພາສີ ແລະ ອາກອນ ສາມາດຊຳລະໄດ້ສອງວິທີຄື:

  • 1. ຊຳລະຜ່ານທາງ SMART TAX:
  • - ສຳລັບລູກຄ້າໃໝ່ ທີ່ຍັງບໍ່ທັນມີບັດ SMART TAX ຕ້ອງໄດ້ມາ ຂຽນແບບຟອມເພື່ອຂໍເປີດນຳໃຊ້ບັດ ໃນກໍລະນີເປັນບຸກຄົນທົ່ວໄປ ເອກະສານທີ່ຕ້ອງນຳມາປະກອບໃນການຂໍເປີດນຳໃຊ້ບັດ ຕ້ອງມີເອກະສານຢັ້ງຢືນ ຕົວຕົນເຊັ່ນ: ບັດປະຈຳຕົວ, ສຳມະໂນ, ພັດສະປອດ ຫຼື ອື່ນໆ..., ສ່ວນ ລູກຄ້າທີ່ເປັນ ວິສາຫະກິດ ຫຼື ບໍລິສັດ ຕ້ອງມີເອກະສານຂອງ ບໍລິສັດເຊັ່ນ: ທະບຽນວິສາຫະກິດ, ທະບຽນອາ ກອນ ແລະ ເອກະສານອື່ນໆ.
  • - ສຳລັບລູກຄ້າ ທີ່ມີບັດ SMART TAX ແລ້ວແມ່ນສາມາດນໍາບັດມາໃຊ້ບໍລິການເຕີມເງິນໄດ້ທັນທີ ໂດຍບໍ່ ຕ້ອງປະກອບເອກະສານ.
  • 2. ຊຳລະຜ່ານທາງໃບມອບອາກອນ:ລູກຄ້າສາມາດມາໃຊ້ບໍລິການຢູ່ທາງໜ້າປ່ອງບໍລິການໂດຍ ນຳໃບແຈ້ງເສຍອາ ກອນມາພ້ອມ.
  • ຊໍາລະຄ່າປະກັນໄພ

    ເປັນຕົວແທນຂາຍປະກັນໄພ 5 ບໍລິສັດ ປະກັນໄພ: ປະກັນໄພ ລາວ-ຫວຽດ, ອາລາອັນສ໌ ປະກັນໄພລາວ, ທິບພະຍະປະກັນໄພ, ລ້ານຊ້າງປະກັນໄພ, ໂຊກໄຊ ປະກັນໄພ, ມີຜະລິດຕະພັນ 5 ປະກັນໄພຄື:
    1) ປະກັນໄພລົດຍົນ.
    2) ປະກັນໄພອຸປະຕິເຫດສ່ວນບຸກຄົນ (PA).
    3) ປະກັນໄພຜູ້ກູ້ຢືມເງິນ.
    4) ປະກັນໄພຄຸ້ມຄອງສິນເຊື່ອ.
    - ເປັນຕົວແທນຂາຍປະກັນຊີວິດ 1 ບໍລິສັດ: ໂຊກໄຊ ປະກັນຊີວິດມີທັງໝົດ 2 ຜະລິດຕະພັນຄື:
    1) ຂາຍປະກັນຊີວິດ.
    2) ປະກັນສຸຂະພາບ.

    ການບໍລິການດ້ານອື່ນໆ

    - ການຂາຍອະສັງຫາລິມະຊັບ.
    - ການນຳອະສັງຫາລິມະຊັບໃຫ້ເຊົ່າ.
    ສະກຸນເງິນ ອັດຕາຊື້ ອັດຕາຂາຍ
    USD 21.187 21.323
    THB 654,00 659,00
    CNY 2.987 3.041
    EUR 22.492 22.712
    VND 0,83 0,84
    ວັນທີ: 12-04-2023 ລາຍລະອຽດ »

    ບໍລິການ Bill Payment

    ATM Location

    ຈູດບໍລິການ ATM

    ຕິດຕາມ ທສກ ໄດ້ທີ່ :