ບໍລິການບັດ ATM

ຄວາມ​ສະດວກ​ສະບາຍ:

ບັດ ATM ຂອງ ​ທະນາຄານ ສົ່ງ​ເສີມ​ກະສິກຳ​​ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ສຳລັບ​ທ່ານ​ທີ່​ບໍ່​ສະດວກ​ໃນ​ການ​ເຂົ້າ​ມາ​ຖອນ​ເງິນສົດ​ໃນທະນາຄານ ​ ແລະ ບໍ່​ຕ້ອງການ​ພົກ​ພາ​ເງິນສົດ​ຈຳນວນຫຼາຍ ​ເຊິ່ງທ່ານ​ສາມ​າດ​ເລືອກ​ໃຊ້​ບໍລິການ​ບັດ ATM ​ເພື່ອ​ຖອນ​ເງິນສົດ​ຈາກ​ຕູ້ ATM ​ໄດ້​ຕະຫຼອດ 24 ຊົ່ວ​ໂມງ, ນອກຈາກ​ນີ້​ ທ່ານ ຍັງ​ສາມ​າດ​ໂອນ​ເງິນ, ກວດ​ຍອດ​ເງິນ​ໃນ​ບັນຊີ, ກວດ​ເບິ່ງ​ການ​ເຄື່ອນ​ໄຫວ 5 ຄັ້ງ​ຫຼ້າສຸດ​ຂອງ​ບັນຊີ ​ແລະ ອື່ນໆ ​ແລະ ​ໃນ​ໄວໆ​ນີ້​ແມ່ນ​ຈະ​ສາມ​າດ​ໃຊ້​ບັດ ATM ຂອງ ທສກ ຈ່າຍ​ຄ່າ​ສາທາລະ​ນຸປະ​ໂພ​ກ​ໄດ້​ເຊັ່ນ: ຄ່າ​ນ້ຳປະປາ, ​ໄຟຟ້າ, ​ໂທລະສັບ.....

ສິດທິປະໂຫຍດທີ່ລູກຄ້າຈະໄດ້ຮັບ:

  • ປະ​ຫຍັດ​ເວລາ ​ແລະ ຄ່າ​ໃຊ້​ຈ່າຍ.
  • ຂັ້ນ​ຕອນ​ການ​ຖອນ​ເງິນ​ສົດ​ສະດວກ ວ່ອງ​ໄວ ຈາກ​ຕູ້ ATM ທສກ ທົ່ວ​ລະບົບ​​ໃກ້​ທ່ານ.
  • ສາມາດ​ໂອນ​ເງິນ​ໄດ້ ສະດວກ ວ່ອງ​ໄວ ຜູ້​ຮັບ​​ເງິນ​ປາຍທາງ​ໄດ້ຮັບ​ທັນທີໂດຍ​ບໍ່​ເສຍ​ຄ່າ​ບໍລິການ​ໃດໆ.
  • ສາມາດ​ໃຊ້​ບໍລິການ​ຕູ້ ATM ທສກ ​ໄດ້​ທຸກ​ຈຸດ​ທົ່ວ​ປະ​ເທດ ຕະຫຼອດ 24 ຊົ່ວ​ໂມງ.
  • ບັດ ATM ໜຶ່ງບັດສາມາດມີບັນຊີນຳໃຊ້ໄດ້ 3 ສະກຸນເງິນ
  • ການຖອນເງິນຜ່ານຕູ້ ATM:

    ທ່າ​ນສາມາດ​ຖອນ​ເງິນ​ຜ່ານ​ຕູ້ ATM ທສກ ມື້ໜຶ່ງ​ສູງ​ສຸດ:
  • ສະກຸນ​ເງິນ​ກີບ 10​,000,000 ກີບ/ມື້ ແລະ ຖອນ​ໄດ້​ສູງ​ສຸດ 2,000,000 ກີບ/ຄັ້ງ
  • ບັນຊີທີ່ເປັນສະກຸນເງິນຕາຕ່າງປະເທດເວລາຖອນເງິນສົດຈະໄດ້ຮັບເປັນເງິນກີບໂດຍຜ່ານອັດຕາແລກປ່ຽນປະຈຳວັນ.
  • ການໂອນເງິນຜ່ານຕູ້ ATM ທສກ:

  • ເງິນ​ກີບ​ສາມາດ​ໂອນ​ໄດ້ສູງສູດ 120,000,000 ກີບ/ບັນຊີ/ຄັ້ງ.
  • ເງິນ​ກີບ​ສາມາດ​ໂອນ​ໄດ້ 150,000,000 ກີບ/ບັນຊີ/ມື້.
  • ເງິນ​ໂດ​ລາ​ສາມາດ​ໂອນ​ໄດ້ 10,000 ​ໂດ​ລາ/ບັນຊີ/ມື້.
  • ເງິນ​ບາດ​ສາມາດ​ໂອນ​ໄດ້ 300,000 ບາດ/ບັນຊີ/ມື້.
  • ປະເພດບັນຊີທີ່ສາມາດອອກບັດ ATM:

  • ປະ​​ເພດ​ບັນຊີ​ທີ່​ສາມ​າດ​ໃຊ້​ບໍ​ລິ​ການ​ ATM ​ໄດ້​ມີ: ບັນຊີ​ເງິນ​ຝາກ​ປະ​ຢັດ ແລະ ບັນຊີ​ເງິນ​ຝາກ​ກະ​ແສ​ລາຍ​ວັນ.
  • ຕູ້ ATM ທສກ ສາມາດໃຫ້ບໍລິການຜ່ານສະກຸນເງິນກີບເທົ່ານັ້ນ, ເຊິ່ງສະກຸນເງິນບາດ ແລະ ໂດລາ ແມ່ນຕ້ອງໄດ້ຜ່ານການແລກປ່ຽນມາເປັນສະກຸນເງິນກີບ.
  • ເງື່ອນໄຂການນໍາໃຊ້ບັດ ATM:

  • ຕ້ອງເປີດ​ບັນຊີ​ເງິນ​ຝາກ​ປະຢັດ ​ຫຼື ບັນຊີ​ເງິນ​ຝາກກະ​ແສ​ລາຍ​ວັນ ນຳ ທສກ
  • ເອກະສານ: ມີບັດປະຈຳຕົວ ຫຼື ໜັງສື​ເດີນທາງ (passport) ຫຼື ປື້​ມສຳມະໂມຄົວ
  • ໝາຍເຫດ:

  • ລຸກຄ້າຕ້ອງຮັກສາຍອດເຫຼືອເງິນໃນບັນຊີຕໍ່າສຸດສໍາລັບປະເພດເງິນຝາກປະຢັດສະກຸນເງິນກີບ: 50,000 ກີບ, ສະກຸນ ເງິນໂດລາສະຫະລັດ: 20 ໂດລາ, ສະກຸນເງິນບາດໄທ: 500 ບາດ.
  • ສໍາລັບປະເພດບັນຊີເງິນຝາກກະແສລາຍວັນສະກຸນ ເງິນກີບ:100,000 ກີບ, ສະກຸນເງິນໂດລາສະຫະລັດ: 50 ໂດລາ, ສະກຸນເງິນບາດໄທ: 1,000 ບາດ.
  • ສະກຸນເງິນ ອັດຕາຊື້ ອັດຕາຂາຍ
    USD 20.854 20.987
    THB 644,56 651,00
    CNY 2.933 2.962
    EUR 22.388 22.607
    VND 0,8200 0,8400
    ວັນທີ: 19-03-2024 ລາຍລະອຽດ »

    ບໍລິການ Bill Payment

    ATM Location

    ຈູດບໍລິການ ATM

    ຕິດຕາມ ທສກ ໄດ້ທີ່ :