ໃນວັນທີ 10 ກັນຍາ 2021 ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ທະນາຄານສົ່ງເສີມກະສິກຳ ສຳນັກງານໃຫຍ່ ແລະ ສາຂາ ນະຄອນຫຼວງວຽງຈັນ ໂດຍຕາງໜ້າ ກຳມະບານຮາກຖານ, ຊາວໜຸ່ມຮາກຖານ ແລະ ແມ່ຍິງຮາກຖານ ເຂົ້າມອບອຸປະກອນປ້ອງກັນພະຍາດ ໂຄວິດ -19 ໃຫ້ 4 ຕົວເມືອງໃນ ນະຄອນຫຼວງວຽງຈັນ ຄື: ເມືອງ ໄຊທານີ, ເມືອງ ໄຊເສດຖາ, ເມືອງ ສີສັດຕະນາກ ແລະ ເມືອງ ຫາດຊາຍຟອງ.