ຜະລິດຕະພັນສິນເຊື່ອ ຂອງ ທສກ

ຈຸດປະສົງ

ສິນເຊື່ອລາຍກຸ່ມແມ່ນ ການໃຫ້ກູ້ຢືມຮູບແບບໜຶ່ງຈາກ ທະນາຄານ ໂດຍຈະພິຈາລະນາການໃຫ້ກູ້ຢືມເງິນແກ່ບຸກຄົນທົ່ວໄປ ທີ່ມີລາຍຮັບ ຫຼື ການຄ້ຳປະກັນທີ່​ໝັ້ນຄົງ, ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ໂດຍການສ້າງກິດຈະກຳລາຍຮັບເພີ່ມ ແລະ ການໃຊ້ຈ່າຍຈຳເປັນໃນຊີວິດປະຈຳວັນ ແຕ່ໃນວົງເງິນທີ່ເໝາະສົມ.

ປະເພດ ແລະ ເປົ້າໝາຍ

ປະເພດ 3 ປະເພດ :
ຜູ້ກູ້ຢືມຕ້ອງເປັນ ບຸກຄົນ ຫຼືນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດຳເນີນວິສາຫະກິດທີ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງຕາມລະບຽບການ.
1. ພະນັກງານທີ່ມີເງິນເດືອນຜ່ານ ທສກ
2. ພະນັກງານທີ່ເງິນເດືອນບໍ່ຜ່ານ ທສກ
3. ບຸກຄົນທີ່ປະກອບອາຊີບອິດສະລະ
ເປົ້າໝາຍ :
1. ເຮັດການຜະລິດກະສິກຳພາຍໃນຄອບຄົວ
2. ປະກອບອາຊີບເສີມຫຼືສ້າງລາຍໄດ້ເສີມ
3. ໃຊ້ຈ່າຍຈຳເປັນ ຫຼື ສຸກເສີນ
4. ການອຸປະໂພກ - ບໍລິໂພກປະຈໍາວັນ
5. ອື່ນໆຕາມການກຳນົດເພີ່ມໃນແຕ່ລະໄລຍະ

ຫຼັກຊັບຄໍ້າປະກັນ

ທຸກປະເພດເງິນກູ້ ຕ້ອງມີຫຼັກຊັບຄ້ຳປະກັນຢ່າງພຽງພໍເຊັ່ນ : ຫຼັກຊັບທີ່ມີສະພາບຄ່ອງສູງໂດຍສະເພາະແມ່ນເງິນຝາກ, ວັດຖຸມີຄ່າ ​ແຕ່ຕ້ອງໄດ້ຜ່ານການກວດ​ກາຢັ້ງຢືນ​ຈາກຮ້ານທີ່ໜ້າເຊື່ອຖື; ເງິນເດືອນ, ປະເພດທີ່ດິນ ແລະ ສິ່ງປຸກສ້າງປະເພດຕ່າງໆຕ້ອງມີມູນຄ່າສູງກ່ອນເງິນກູ້ (ໃບຕາດິນຂອບທອງ).

ວົງເງິນ, ໄລຍະເວລາ

1. ສຳລັບເປົ້າໝາຍ ເຮັດການຜະລິດກະສິກຳ ພາຍໃນຄອບຄົວ ແລະ ປະກອບອາຊີບເສີມ ຫຼື ສ້າງລາຍໄດ້ເສີມ ວົງເງິນຈະບໍ່ເກີນ 300.000.000 ກີບ, ໄລຍະ​ເວລາ​ກູ້​ຢືມບໍ່ເກີນ 36 ເດືອນ, ແຕ່ສາມາດນຳສະເໜີກູ້ຢືມໃໝ່ໄດ້ພາຍຫຼັງຊຳລະໜີ້ໝົດ
2. ສຳລັບເປົ້າໝາຍ ອຸປະໂພກ-ບໍລິໂພກປະຈຳວັນ ແລະ ໃຊ້ຈ່າຍຢາມຈຳເປັນ ຫຼື ສຸກເສີນ ວົງເງິນຈະບໍ່ເກີນ 100.000.000 ກີບ, ໄລຍະເວລາ​ກູ້ຢືມ ບໍ່ເກີນ 24 ເດືອນ, ແຕ່ສາມາດນຳສະເໜີກູ້ຢືມໃໝ່ໄດ້ ພາຍຫຼັງຊຳລະໜີ້ໝົດ
3. ການຄ້ຳປະກັນດ້ວຍເງິນເດືອນ ສາມາດກູ້ຢືມໄດ້ ບໍ່ເກີນຫົກສີບສ່ວນຮ້ອຍ (60%) ຂອງເງິນເດືອນທັງໝົດຕະຫຼອດໄລຍະເວລາກູ້ຢືມ. ໄລຍະເວລາກູ້ຢືມ​ບໍ່ເກີນ 36 ເດືອນ, ແຕ່ສາມາດນຳສະເໜີກູ້ຢືມໃໝ່ໄດ້ ພາຍຫຼັງຊຳລະໜີ້ໝົດ

ເງື່ອນໄຂຜູ້ກູ້ຍືມ

ຄຸນລັກສະນະພະນັກງານທີ່ມີເງິນເດືອນຜ່ານ ທສກ
  • ເປັນພະນັກງານລັດ, ພະນັກງານບຳນານ (ລັດ), ລັດວິສາຫະກິດ ແລະ ພະນັກງານເອກະຊົນ ທີ່ມີຜູ້ວ່າຈ້າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ
  • ເປັນພະນັກງານສົມບູນ ແລະ ປະຕິບັດໜ້າທີ່ຢູ່ກັບຜູ້ວ່າຈ້າງ ຢ່າງຕໍ່ເນື່ອງເກີນໜຶ່ງປີຂຶ້ນໄປ
  • ມີເງິນເດືອນ ຫຼື ເບ້ຍບຳນານ ທີ່ແນ່ນອນໂດຍຜ່ານທສກ, ສາມາດຢັ້ງຢືນໄດ້ຜ່ານໃບລາຍງານການເຄື່ອນໄຫວບັນຊີ (Bank Statement)
  • ຄຸນລັກສະນະນີ້ລວມທັງພະນັກງານ ທສກ ແຕ່ຕ້ອງແມ່ນພະນັກງານສົມບູນຂຶ້ນໄປ
  • ມີເງິນເດືອນໝົດປີບໍ່ຫຼຸດ 15.000.000 ກີບ ສຳລັບພະນັກງານລັດ ແລະ ບໍ່ຫຼຸດ 25.000.000 ກີບ ສຳລັບພະນັກງານລັດວິສາຫະກິດແລະເອກະຊົນ
  • ສຳລັບພະນັກງານບຳນານອາຍຸບໍ່ເກີນ 80 ປີ ແລະ ມີສຸຂະພາບແຂງແຮງ ໂດຍມີໃບຢັ້ງຢືນສຸຂະພາບບໍ່ເກີນສາມເດືອນ ໃນມື້ສະເໜີກູ້ຢືມ ທສກ, ເພື່ອຮັບປະກັນ ໃຫ້ມີຄວາມສ່ຽງຕໍ່ກັບ ທສກ ໜ້ອຍທີ່ສຸດ
  • ອື່ນໆ ຕາມການກຳນົດເພີ່ມໃນແຕ່ລະໄລຍະ
  • ຄຸນລັກສະນະພະນັກງານທີ່ເງິນເດືອນບໍ່ຜ່ານ ທສກ
  • ເປັນພະນັກງານລັດ, ລັດວິສາຫະກິດ ແລະ ພະນັກງານເອກະຊົນ ທີ່ມີຜູ້ວ່າຈ້າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ
  • ເປັນພະນັກງານສົມບູນ ແລະ ປະຕິບັດໜ້າທີ່ຢູ່ກັບຜູ້ວ່າຈ້າງ ຢ່າງຕໍ່ເນື່ອງເກີນສອງປີຂຶ້ນໄປ
  • ມີເງິນເດືອນທີ່ແນ່ນອນໂດຍຜ່ານ ທະນາຄານທຸລະກິດໃດໜຶ່ງ, ສາມາດຢັ້ງຢືນໄດ້ຜ່ານໃບລາຍງານການເຄື່ອນໄຫວບັນຊີ (Bank Statement) ຂອງ​ທະ​ນາ​ຄານ​ທຸລະກິດ​ທີ່ມີການເຄື່ອນໄຫວເງິນ ເດືອນ
  • ມີເງິນເດືອນໝົດປີບໍ່ຫຼຸດ 30.000.000 ກີບ ສຳລັບພະນັກງານລັດ ແລະ ບໍ່ຫຼຸດ 40.000.000 ກີບ ສໍາລັບ ພະນັກງານລັດວິສາຫະກິດ ແລະ ເອກະຊົນ
  • ອື່ນໆ ຕາມການກຳນົດເພີ່ມໃນແຕ່ລະໄລຍະ
  • ຄຸນລັກສະນະບຸກຄົນທີ່ປະກອບອາຊີບອິດສະລະ
  • ບຸກຄົນທີ່ປະກອບອາຊີບທີ່ບໍ່ມີນາຍຈ້າງຫຼືບໍ່ໄດ້ເປັນພະນັກງານຕາມມາດຕາ 7 ຫາ 9. ໄດ້ແກ່ບຸກຄົນທີ່ມີສີມືແຮງງານ ຫຼື ມີຄວາມຮູ້ຄວາມ​ສຳນານ​ສະເພາະທີ່​ຮັບຈ້າງງານທົ່ວໄປ (Freelance) ເຊັ່ນ: ນັກສິນລະປະກອນ (ແຕ້ມຮູບຂັບລຳຮ້ອງເພງແປຮູບວັດຖຸມີຄ່າ), ຜູ້ຮັບຈ້າງອອກແບບໂປຣແກຼມ ເປັນຕົ້ນ
  • ມີທີ່ຢູ່ທີ່ແນ່ນອນ ແລະ ປະຈຸບັນ ອາໃສຢູ່ເຮືອນທີ່ເປັນກຳມະສິດຂອງຜູ້ກູ້ເອງ ຫຼື ຢູ່ກັບຜູ້ປົກຄອງ (ພໍ່-ແມ່), ເພື່ອຮັບປະກັນຄວາມສ່ຽງ ການຕິດຕາມ ຊຶ່ງຈະບໍ່​ແມ່ນ​ພະ​ນັກງານປະຈຳຄື ມາດຕາ 7 ແລະ 8
  • ມີລາຍຮັບ ໝົດປີ ບໍ່ຫຼຸດ 50.000.000 ກີບ, ໂດຍສາມາດຢັ້ງຢືນຜ່ານໃບລາຍງານການເຄື່ອນ ໄຫວບັນຊີ (Bank Statement) ຂອງທະນາຄານທຸລະກິດ ທີ່​ມີການເຄື່ອນໄຫວຮັບຄ່າຈ້າງ
  • ອື່ນໆ ຕາມການກຳນົດເພີ່ມໃນແຕ່ລະໄລຍະ
  • ເອກະສານສຳເນົາ ທີ່ຕ້ອງຄັດຕິດ ປະກອບມີ

  • ສຳເນົາ ສັນຍາແຮງງານ ຫຼື ເອກະສານຢັ້ງຢືນ ການເປັນພະນັກງານ ຫຼື ລັດຖະກອນ ຫຼື ພະນັກງານບຳນານ ທີ່ຍັງມີອາຍຸນຳໃຊ້
  • ສຳເນົາ ບັດປະຈໍາຕົວປະຊາຊົນ (ທີ່ຍັງມີອາຍຸຄົງເຫຼືອເກີນໜຶ່ງປີ) ແລະ ປື້ມສຳມະໂນຄົວ
  • ສຳເນົາບັນຊີທະນາຄານທີ່ມີການເຄື່ອນໄຫວເງິນເດືອນ ຫຼື ລາຍຮັບ ທີ່ມີຂໍ້ມູນການເຄື່ອນ ໄຫວຢ່າງໜ້ອຍໜຶ່ງປີຜ່ານມາ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ (ໃນກໍລະນີຕ້ອງມີຫຼັກຊັບຄໍ້າປະກັນ) ທີ່ຕ້ອງເປັນຂອງຜູ້ກູ້ເອງເທົ່ານັ້ນ
  • ສຳເນົາ ສັນຍາກູ້ຢືມ ຫຼື ພາລະໜີ້ຕ້ອງສົ່ງ ກັບເຈົ້າໜີ້ອື່ນ ທີ່ບໍ່ແມ່ນ ທສກ (ຖ້າມີ)
  • ຈຸດປະສົງ

    ເງິນກູ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ແມ່ນເປັນການສະໜັບສະໜູນທາງດ້ານແຫຼ່ງທຶນ ໃນຮູບແບບການປ່ອຍເງິນກູ້ ທັງເງິນກູ້​ທົ່ວໄປ​ ແລະ ເງິນກູ້ໝູນວຽນ ເພື່ອເຮັດໃຫ້ບັນດາວິສາຫະກິດເຫຼົ່ານັ້ນ ໄດ້ມີການຂະຫຍາຍຕົວ

    ປະເພດ ແລະ ເປົ້າໝາຍ

  • ຈຸນລະວິສາຫະກິດ
  • ວິສາຫະກິດຂະໜາດນ້ອຍ
  • ວິສາຫະກິດຂະໜາດກາງ
  • ຫຼັກຊັບ​ຄ້ຳປະກັນ:

    ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນຕາມກຳນົດອອກໃນລະບຽບການຄ້ຳປະກັນໃນແຕ່ລະໄລຍະ.

    ວົງເງິນ, ໄລຍະເວລາ

    ທສກ ພິຈາລະນາອະນຸມັດວົງເງິນໃຫ້ກູ້ຢືມບົນພື້ນຖານແຜນການນຳໃຊ້ເງິນກູ້ ທີ່ມີຄວາມເປັນໄປໄດ້ຕາມຜົນການວິເຄາະ-ປະເມີນ, ແຕ່ບໍ່ເກີນ 300% ຂອງ​ແຫຼ່ງ​ລາຍ​ຮັບໝົດປີ, ຖ້າເຫັນວ່າແຜນຂະຫຍາຍທຸລະກິດ ມີຄວາມຈຳເປັນຂໍວົງເງິນເກີນ 300% ຂອງແຫຼ່ງລາຍຮັບໝົດປີ ໂດຍຮັບປະກັນການຊໍາລະ​ໜີ້ໄດ້ ແລະ ຕ້ອງຢູ່ໃນລະດັບຄວາມສ່ຽງ ທີ່ ທສກ ຍອມຮັບໄດ້

    ເອກະສານສຳເນົາ ທີ່ຕ້ອງຄັດຕິດ ປະກອບມີ:

  • ສຳເນົາ ໃບທະບຽນ ຫຼື ເອກະສານຢັ້ງຢືນ ການເປັນ MSME
  • ສຳເນົາ ໃບທະບຽນອາກອນ ຫຼື ເອກະສານຢັ້ງຢືນການເສຍພັນທະອາກອນຄັ້ງຫຼ້າສຸດ
  • ສຳເນົາສີ ບັດປະຈໍາຕົວປະຊາຊົນ (ທີ່ຍັງມີອາຍຸຄົງເຫຼືອເກີນໜຶ່ງປີ) ແລະ ປື້ມສໍາມະໂນຄົວ ເຈົ້າຂອງທຸລະກິດ
  • ສຳເນົາບັນຊີ ທະນາຄານທີ່ມີການເຄື່ອນໄຫວຂອງ ວິສາຫະກິດ MSME ແລະ/ຫຼື ເຈົ້າຂອງວິສາຫະກິດ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ ທີ່ເປັນກຳມະສິດຂອງ ວິສາຫະກິດ MSME ຫຼື ຖ້າເປັນກໍາມະສິດເຈົ້າຂອງທຸລະກິດ ຫຼື ບຸກຄົນອື່ນ ຕ້ອງມອບເປັນກຳມະສິດ ໃຫ້ເປັນຊັບສິນ ວິສາຫະກິດ MSME ຢ່າງຖືກຕ້ອງ
  • ສຳເນົາ ສັນຍາກູ້ຢືມ ຫຼື ພາລະໜີ້ຕ້ອງສົ່ງ ຂອງ ວິສາຫະກິດ MSME ແລະ/ຫຼື ເຈົ້າຂອງທຸລະກິດ (ຖ້າມີ)
  • ອື່ນໆ ຕາມການກຳນົດເພີ່ມ
  • ຄຸນລັກສະນະ

  • ເງິນກູ້ກຸ່ມ ແມ່ນເງິນກູ້ໃຫ້ແກ່ສະມາຊິກພາຍໃນກຸ່ມ ທີ່ມີຜູ້ກູ້ເປັນສະມາຊິກ ຕາມຈຳນວນທີ່ນະ ໂຍບາຍສິນເຊື່ອກຳນົດໄວ້ໃນແຕ່ລະໄລຍະ, ໂດຍມີຫົວໜ້າກຸ່ມເປັນ​ຜູ້ດຳເນີນການຕາງໜ້າສະມາຊິກກຸ່ມ, ເພື່ອຕອບສະໜອງ ໃຫ້ແກ່ບຸກຄົນທີ່ບໍ່ຄົບເງື່ອນໄຂການກູ້ ແຕ່ເປັນຜູ້ເຮັດແທ້ທຳຈິງສາມາດເຂົ້າເປັນສະມາຊິກກຸ່ມ ໃນ​ການ​ເຂົ້າເຖິງການສະໜອງສິນເຊື່ອໄດ້.
  • ເງິນກູ້ສະຫະກອນ ແມ່ນເງິນກູ້ເພື່ອເສີມສະພາບຄ່ອງທາງດ້ານການເງິນໃຫ້ແກ່ສະຫະກອນ ໃນການດຳເນີນການກິດຈະກຳຕາມຈຸດປະສົ່ງຂອງສະຫະກອນ ເພື່ອ​ຜົນປະ​ໂຫຍດຂອງສະມາຊິກຂອງສະຫະ ກອນ ກໍ່ຄືການສ້າງລາຍຮັບໃຫ້ແກ່ສະມາຊິກພາຍໃນສະຫະກອນ ໃຫ້ມີຄວາມຍືນຍົງ.
  • ເປົ້າໝາຍຂອງສິນເຊື່ອ

    1. ເຮັດການຜະລິດ
     1.1 ການຜະລິດກະສິກຳໄດ້ແກ່ ກຸ່ມປູກຝັງ, ກຸ່ມລ້ຽງສັດ ແລະ ກຸ່ມການປະມົງ
     1.2 ການຜະລິດຫັດຖະກຳ ຫຼື ສີມືແຮງງານ ໄດ້ແກ່ ກຸ່ມເຮັດຈັກສານ, ກຸ່ມຕຳແຜ່ນແພ
     1.3 ການແປຮູບ ໄດ້ແກ່ ກຸ່ມນຳຜົນຜະລິດກະສິກຳ ມາແປຮູບ ເພື່ອສ້າງມູນຄ່າເພີ່ມ
    2. ເຮັດການຄ້າຂາຍຍ່ອຍ ໄດ້ແກ່ ກຸ່ມຂາຍເຄື່ອງຍ່ອຍໃນຕະຫຼາດ
    3. ເສີມສະພາບຄ່ອງ ໃຫ້ແກ່ສະຫະກອນ
    4. ອື່ນໆຕາມການກຳນົດເພີ່ມໃນແຕ່ລະໄລຍະ

    ປະເພດສິນເຊື່ອ

    ປະເພດສິນເຊື່ອ ໄດ້ແບ່ງອອກເປັນ 2 ປະເພດ:
     1. ເງິນກູ້ກຸ່ມ:
      ເງິນກູ້ກຸ່ມແມ່ນການຈັດຕັ້ງລວມໝູ່ຂອງປະຊາຊົນລາວທີ່ມີອາຊີບດຽວກັນ ໄດ້ແກ່: ກະສິກຳ, ຄ້າຂາຍ, ການບໍລິການທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ,​ຊຶ່ງຕ້ອງປະກອບມີສະມາຊິກ 5 ຫາ 7 ຄົນ, ສະມາຊິກຜູ້ໜຶ່ງ ບໍ່ເກີນ 30.000.000 ກີບ ແລະ ລວມກັນໝົດກຸ່ມບໍ່ເກີນ 200.000.000 ກີບ, ໄລຍະເວລາ ບໍ່ເກີນ 36 ເດືອນ ຫຼື 3 ປີ
     2. ເງິນກູ້ສະຫະກອນ:
      ເງິນກູ້ສະຫະກອນແມ່ນການຈັດຕັ້ງທີ່ໃຫຍ່ຂຶ້ນກວ່າກຸ່ມ ຫຼື ລວມໝູ່ຂອງຜູ້ປະກອບອາຊີບດຽວກັນ ຫຼື ມີເງື່ອນໄຂການເປັນສະມາຊິກສະພາໂດຍມີ​ຄະນະ​ບໍລິ​ຫານງານ ຕາມລະບຽບກຳນົດໄວ້ (ເຂັ້ມແຂງກວ່າກຸ່ມ), ໄດ້ແກ່: ສະຫະກອນ ກ່ຽວກັບ ກະສິກຳ, ສະຫະກອນ ກ່ຽວກັບ ຫັດຖະກຳ, ສະຫະກອນກ່ຽວກັບ​ການ​ຄ້າ​, ເປັນຕົ້ນ, ທີ່ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈ ເພື່ອຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທາງດ້ານທຶນຮອນ ແລະ ລາຍຮັບໃຫ້ແກ່ສະມາຊິກ, ປະສົບການ ແລະ ເຕັກນິກ. ຊຶ່ງຕ້ອງປະກອບມີສະມາຊິກ 10 ຄົນຂຶ້ນໄປ, ອະນຸມັດວົງເງິນໃຫ້ກູ້ຢືມບົນພື້ນຖານແຜນການນຳໃຊ້ເງິນກູ້ , ແຕ່ບໍ່ເກີນ 150% ຫຼື 1,5 ເທົ່າຂອງ​ແຫຼ່ງລາຍຮັບໝົດປີ, ໄລຍະເວລາກູ້ຢືມ ບໍ່ເກີນ 60 ເດືອນ.

    ການຄໍ້າປະກັນ

  • ສຳລັບ ກຸ່ມ, ທຸກກຸ່ມທີ່ຈະໄດ້ຮັບເງິນກູ້ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນ, ໂດຍຕ້ອງເປັນກຳມະສິດຂອງສະມາຊິກໃນກຸ່ມ ຫຼື ຫົວໜ້າກຸ່ມເທົ່ານັ້ນ.
  • ສໍາລັບ ກຸ່ມ ທີ່ຕ້ອງການຄໍ້າປະກັນດ້ວຍກຸ່ມ ຕ້ອງນໍາສະເໜີ ຮັບຮອງຈາກ ທສກ ສຳນັກງານໃຫຍ່ ເປັນອັນສະເພາະ ຈຶ່ງສາມາດຈັດຕັ້ງປະຕິບັດໄດ້.
  • ສຳລັບ ສະຫະກອນ, ທຸກການກູ້ຢືມ ຕ້ອງມີການຄ້ຳປະກັນ ຫຼື ຫຼັກຊັບຄ້ຳປະກັນ ທີ່ເປັນຂອງສະຫະກອນ. ຖ້າຫຼັກຊັບຄໍ້າປະກັນ ບໍ່ແມ່ນຂອງສະຫະກອນ ຫຼື ເປັນຂອງຄະນະບໍລິຫານ ຫຼື ສະມາຊິກສະຫະກອນ, ຕ້ອງມີໜັງສືຍິນຍອມການຄ້ຳປະກັນທີ່ຖືກຕ້ອງ ໂດຍມອບໃຫ້ສະຫະກອນນຳ​ມາເປັນຫຼັກ​ຊັບຄ້ຳ​ປະກັນ ພ້ອມທັງເຊັນຢັ້ງຢືນຄ້ຳປະກັນ ໃນສັນຍາເງິນກູ້.
  • ເອກະສານທີ່ລູກຄ້າຕ້ອງປະກອບ:

    ສຳລັບ ກຸ່ມ :
  • ສຳເນົາ ບັດປະຈໍາຕົວປະຊາຊົນ (ທີ່ຍັງມີອາຍຸຄົງເຫຼືອເກີນໜຶ່ງປີ) ແລະ/ຫຼື ປື້ມສຳມະໂນຄົວ ຂອງສະມາຊິກກຸ່ມທັງໝົດ
  • ສຳເນົາບັນຊີ ທະນາຄານທີ່ມີການເຄື່ອນໄຫວຂອງ ສະມາຊິກໃນກຸ່ມ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ ທີ່ເປັນກຳມະສິດຂອງ ສະມາຊິກໃນກຸ່ມເທົ່ານັ້ນ
  • ສຳເນົາ ສັນຍາກູ້ຢືມ ຫຼື ພາລະໜີ້ຕ້ອງສົ່ງ ຂອງ ສະມາຊິກໃນກຸ່ມ (ຖ້າມີ)
  • ອື່ນໆ ຕາມການກຳນົດເພີ່ມ
  • ສຳລັບ ສະຫະກອນ :
  • ສຳເນົາ ໃບທະບຽນ ຫຼື ເອກະສານຢັ້ງຢືນ ການເປັນສະຫະກອນ
  • ສຳເນົາ ໃບທະບຽນອາກອນ ຫຼື ເອກະສານຢັ້ງຢືນການເສຍພັນທະອາກອນຄັ້ງລ້າສຸດ
  • ສຳເນົາ ບັດປະຈໍາຕົວປະຊາຊົນ (ທີ່ຍັງມີອາຍຸຄົງເຫຼືອເກີນໜຶ່ງປີ) ແລະ ປື້ມສຳມະໂນຄົວ ຄະນະຜູ້ບໍລິຫານ
  • ສຳເນົາບັນຊີ ທະນາຄານທີ່ມີການເຄື່ອນໄຫວຂອງ ສະຫະກອນ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ ທີ່ເປັນກຳມະສິດຂອງ ສະຫະກອນ ຫຼື ຖ້າເປັນກຳມະສິດບຸກຄົນອື່ນ ຕ້ອງມອບເປັນກຳມະສິດ ສະຫະກອນ ຢ່າງຖືກຕ້ອງ ເພື່ອຄ້ຳປະກັນ
  • ສຳເນົາ ສັນຍາກູ້ຢືມ ຫຼື ພາລະໜີ້ຕ້ອງສົ່ງ ຂອງ ສະຫະກອນ ແລະ/ຫຼື ຄະນະຜູ້ບໍລິຫານ(ຖ້າມີ)
  • ອື່ນໆ ຕາມການກຳນົດເພີ່ມ
  • ຈຸດປະສົງ

    ເງິນກູ້ແກ່ທຸລະກິດຂະໜາດໃຫຍ່ (Large Enterprise - LE) ແມ່ນເປັນການສະໜັບສະໜູນທາງດ້ານແຫຼ່ງທຶນ ໃນຮູບແບບການປ່ອຍເງິນກູ້ ທັງເງິນກູ້ທົ່ວໄປ (ສຳລັບເງິນກູ້ໜູນວຽນ ຈະມີລະບຽບການສະເພາະ) ເພື່ອເຮັດໃຫ້ບັນດາທຸລະກິດເຫຼົ່ານັ້ນ ໄດ້ມີການຂະຫຍາຍຕົວ ຫຼື ສ້າງລາຍຮັບ

    ປະເພດ, ເປົ້າໝາຍ

    ປະເພດຜູ້ກູ້ : ແມ່ນ ວິສາຫະກິດ ທີ່ສ້າງຕັ້ງ ແລະ ດຳເນີນທຸລະກິດຕາມກົດໝາຍຂອງ ສປປ ລາວ
    ເປົ້າໝາຍ : ສົ່ງເສີມ ຫຼື ຂະຫຍາຍທຸລະກິດກ່ຽບກັບການຜະລິດ (ກະສິກຳ, ອຸດສາຫະກຳ), ການຄ້າ ແລະ ການບໍລິການ

    ຫຼັກຊັບຄໍ້າປະກັນ

    ທຸກປະເພດເງິນກູ້ ຕ້ອງມີຫຼັກຊັບຄ້ຳປະກັນຢ່າງພຽງພໍເຊັ່ນ : ຫຼັກຊັບທີ່ມີສະພາບ​ຄ່ອງສູງໂດຍສະເພາະແມ່ນເງິນຝາກ, ​ວັດຖຸມີຄ່າ ແຕ່ຕ້ອງ​ໄດ້​ຜ່ານ​ການ​ກວດ​ກາ​ຢັ້ງຢືນຈາກຮ້ານທີ່ໜ້າເຊື່ອຖື; ປະເພດທີ່ດິນ ແລະ ສິ່ງປຸກສ້າງປະເພດຕ່າງໆຕ້ອງມີມູນຄ່າສູງກ່ອນເງິນກູ້ (ໃບຕາດິນຂອບທອງ).

    ວົງເງິນ ແລະ ໄລຍະເວລາກູ້ຢືມ

    ວົງເງິນ : ພິຈາລະນາອະນຸມັດວົງເງິນໃຫ້ກູ້ຢືມບົນພື້ນຖານແຜນການນໍາໃຊ້ເງິນກູ້ ທີ່ມີຄວາມເປັນໄປໄດ້ຕາມຜົນການວິເຄາະ-ປະເມີນ ບໍ່ເກີນ 500% ຂອງແຫຼ່ງ​ລາຍ​ຮັບ​ໝົດ​ປີ, ຖ້າເຫັນວ່າ ແຜນຂະຫຍາຍທຸລະກິດ ມີຄວາມຈຳເປັນຂໍວົງເງິນເກີນ 500% ຂອງແຫຼ່ງລາຍຮັບໝົດປີ ໂດຍຮັບປະກັນການຊຳລະໜີ້ໄດ້ ແລະ ຕ້ອງຢູ່ໃນລະດັບຄວາມສ່ຽງທີ່ ທສກ ຍອມຮັບໄດ້
    ໄລຍະເວລາກູ້ຢືມ : ບໍ່ເກີນ 72 ເດືອນ ຫຼື 6 ປີ

    ເອກະສານທີ່ລູກຄ້າຕ້ອງປະກອບ

  • ສຳເນົາ ໃບທະບຽນ ທຸລະກິດ ແລະ ທະບຽນອາກອນ ທີ່ຍັງມີອາຍຸຄົງເຫຼືອ ເກີນ 6 ເດືອນ
  • ສຳເນົາ ເອກະສານຢັ້ງຢືນການເສຍພັນທະອາກອນຄັ້ງລ້າສຸດ
  • ສຳເນົາສີ ບັດປະຈໍາຕົວປະຊາຊົນ (ທີ່ຍັງມີອາຍຸຄົງເຫຼືອເກີນໜຶ່ງປີ) ແລະ ປື້ມສໍາມະໂນຄົວ ເຈົ້າຂອງທຸລະກິດ ຫຼື ຜູ້ຖືຫຸ້ນ
  • ສຳເນົາບັນຊີ ທະນາຄານທີ່ມີການເຄື່ອນໄຫວຂອງ ທຸລະກິດ ແລະ/ຫຼື ເຈົ້າຂອງທຸລະກິດ
  • ສຳເນົາ ເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ ທີ່ເປັນກຳມະສິດຂອງ ທຸລະກິດ ຫຼື ຖ້າເປັນກໍາມະສິດເຈົ້າຂອງທຸລະກິດ ຫຼື ບຸກຄົນອື່ນ ຕ້ອງມອບເປັນກຳມະສິດ ໃຫ້ເປັນຊັບສິນທຸລະກິດ ຢ່າງຖືກຕ້ອງ
  • ສຳເນົາ ສັນຍາກູ້ຢືມ ຫຼື ພາລະໜີ້ຕ້ອງສົ່ງ ຂອງ ທຸລະກິດ ແລະ/ຫຼື ເຈົ້າຂອງທຸລະກິດ (ຖ້າມີ)
  • ອື່ນໆ ຕາມການກຳນົດເພີ່ມ
  • ຈຸດປະສົງ:

    ເງິນ​ກູ້​ໝູນ​ວຽນ​ແມ່ນ​ການ​ໃຫ້​ກູ້​ຢືມ​ຮູບ​ແບບ​ໜຶ່ງ​ຈາກ​ທະນາຄານ​ໂດຍ​ຈະ​ພິ​ຈາ​ລະ​ນາ​ການ​ໃຫ້​ກູ້​ຢືມ​ເງິນແກ່​ບັນດາທຸລະກິດທີ່ມີລາຍຮັບທີ່​ໝັ້ນ​ຄົງ​,​ ​ມີ​ສະ​ພາບຄ່ອງ​ດ້ານການສ້າງກະແສເງິນສົດໄດ້ຢ່າງສະໝໍ່າສະເໝີ, ເໝາະແກ່ທຸລະກິດທີ່ຕ້ອງການແຫ່ລງທຶນຊື້ວັດຖຸດີບ​ ຫຼື ​ສິນ​ຄ້າ​ໝູນ​ວຽນ​ ​ເພື່ອ​ດຳ​ເນີນ​ທຸລະກິດ​ ຫຼື ​ມີ​ການ​ຊື້ມາ-ຂາຍໄປ, ມີການໝູນວຽນຢ່າງເປັນປະຈຳ. ຊຶ່ງການຖອນນຳໃຊ້ເງິນກູ້ຈະບໍ່ເກີນວົງເງິນອະນຸມັດ(Credit Line)​ ​ຊຶ່ງຜູ້ກູ້ຢືມສາມາດເຄື່ອນ​ໄຫວຖອນ​ນໍາ​ໃຊ້,​ ຊໍາລະຄືນ ແລະ ສາມາດຖອນນໍາໃຊ້ໄດ້ອີກ ຫຼື ສາມາດໝູນວຽນໄປເລື້ອຍໆຕາມເປົ້າໝາຍ

    ປະເພດ, ເປົ້າໝາຍ:

    ປະເພດ : ຜູ້ກູ້ຢືມຕ້ອງເປັນ ບຸກຄົນ ຫຼືນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດຳເນີນວິສາຫະກິດທີ່ໄດ້ຂຶ້ນທະບຽນ ຢ່າງຖືກຕ້ອງຕາມລະບຽບການ.
    1. ສຳລັບທຸລະກິດການຜະລິດ ແລະ ການຄ້າທີ່ສາມາດສ້າງກະແສເງິນສົດໃນແຕ່ລະເດືອນ ຫຼື ໄຕມາດ ຢ່າງເປັນປົກກະຕິແລະຕໍ່ເນື່ອງ
    2. ນໍາໄປໃຊ້ໃນເປົ້າໝາຍຊື້ວັດຖຸດິບ ແລະ ສິນຄ້າໝູນວຽນ ເພື່ອດຳເນີນທຸລະກິດ

    ຫຼັກຊັບຄ້ຳປະກັນ:

    ຜູ້ກູ້ຢືມເງິນຕ້ອງມີຫຼັກຊັບຄໍ້າປະກັນຕາມທີ່ໄດ້ກຳນົດອອກໃນລະບຽບການຄ້ຳປະກັນຂອງ ທສກ ແຕ່ລະໄລຍະ. ​ນອກຈາກນັ້ນ​,​ໃນກໍລະນີ ທຸລະກິດສາມາດ​ສ້າງ​ລາຍຮັບໄດ້ດີ ແລະ ສາມາດຊຳລະໜີ້ໄດ້ ບໍ່ເກີນ 36 ເດືອນ (3 ປີ), ແຕ່ຫຼັກຊັບຄ້ຳປະກັນບໍ່ພຽງພໍ, ທສກ ສາມາດຮັບພິຈາລະນາ ວັດຖຸດີບ ຫຼື ສິນຄ້າໝູນ​ວຽນ​ ເພື່ອຄ້ຳປະກັນໄດ້​ ບົນພື້ນຖານການຕີມູນຄ່າຕາມລະບຽບການຄ້ຳປະກັນ ທີ່ອອກໃນແຕ່ລະໄລຍະ.

    ວົງເງິນ ແລະ ໄລຍະເວລາກູ້ຢືມ:

    ລູກຄ້າເກົ່າ :
  • ວົງເງິນອະນຸມັດການພິຈາລະນາອະນຸມັດເງິນກູ້ແມ່ນ ຈະພິຈາລະນາໃຫ້ກັບຜູ້ກູ້ຢືມເງິນໂດຍອີງຕາມການໝູນເງິນຂອງວັດຖຸດີບ ຫຼື ສິນຄ້າໝູນວຽນບໍ່ເກີນ 1,​2​ ເທົ່າຂອງມູນຄ່າວັດຖຸດີບ ຫຼື ສິນຄ້າໝູນວຽນໃນການຜະລິດຂອງທຸລະກິດນັ້ນໆ
  • ໄລຍະເວລາການກູ້ຢືມສູງສຸດບໍ່ເກີນ 36 ເດືອນ ຫຼື 3 ປີ, ແຕ່ຈະມີການທົບທວນທຸກປີເພື່ອດຳເນີນການຕໍ່ປີຕໍ່ປີ
  • ການໝູນວຽນເງິນໃນບັນຊີທີ່ຕິດພັນກັບການນຳໃຊ້ເງິນກູ້ໝູນວຽນຕ້ອງມີການໝູນບໍ່ໃຫ້ຫຼຸດ50% ຂອງວົງເງິນອານຸມັດໃນໄລຍະ 12 ເດືອນຫຼື 1 ປີ
  • ລູກຄ້າໃໝ່ :
  • ວົງເງິນອະນຸມັດການພິຈາລະນາອະນຸມັດເງິນກູ້ແມ່ນ ຈະພິຈາລະນາໃຫ້ກັບຜູ້ກູ້ຢືມເງິນໂດຍອີງຕາມການໝູນເງິນຂອງວັດຖຸດີບ ຫຼື ສິນຄ້າໝູນວຽນບໍ່ເກີນ 1 ເທົ່າຂອງມູນຄ່າວັດຖຸດີບ ຫຼື ສິນຄ້າໝູນວຽນໃນການຜະລິດຂອງທຸລະກິດນັ້ນໆ
  • ໄລຍະເວລາການກູ້ຢືມເງິນ ທະນາຄານສົ່ງເສີມກະສິກຳ ກຳນົດໄລຍະເວລາໃຫ້ກູ້ຢືມເງິນສູງສຸດບໍ່ເກີນ12 ເດືອນ ຫຼື 1 ປີ, ແຕ່ສາມາດພິຈາລະນາຕໍ່ໄດ້, ຊຶ່ງ​ຖ້າ​ຕໍ່​ຈະ​ສາມາດພິຈາລະນາຕາມເງື່ອນໄຂລູກຄ້າເກົ່າຕາມມາດຕາ 11 ຂໍ້ 2
  • ການໝູນວຽນເງິນໃນບັນຊີທີ່ຕິດພັນກັບການນຳໃຊ້ເງິນກູ້ໝູນວຽນຕ້ອງມີການໝູນບໍ່ໃຫ້ຫຼຸດ60% ຂອງວົງເງິນອານຸມັດ ໃນ 12 ເດືອນ ຫຼື 1 ປີ
  • ເອກະສານທີ່ລູກຄ້າຕ້ອງປະກອບ:

  • ສຳເນົາໃບທະບຽນວິສາຫະກິດ ຫຼື ເອກະສານຢັ້ງຢືນ (ສຳລັບລູກຄ້າໃໝ່)
  • ສຳເນົາໃບອະນຸຍາດດຳເນີນທຸລະກິດທີ່ຍັງມີອາຍຸການນໍາໃຊ້ (ສຳລັບລູກຄ້າໃໝ່)
  • ສຳເນົາໃບທະບຽນອາກອນ ຫຼື ເອກະສານຢັ້ງຢືນການເສຍພັນທະອາກອນປີຫຼ້າສຸດ
  • ສຳເນົາສີບັດປະຈໍາຕົວປະຊາຊົນທີ່ຍັງມີອາຍຸນໍາໃຊ້ແລະປື້ມສໍາມະໂນຄົວເຈົ້າຂອງທຸລະກິດ (ສຳລັບລູກຄ້າໃໝ່)
  • ສຳເນົາບັນຊີສຳຮອງເງິນຝາກທະນາຄານທີ່ມີການເຄື່ອນໄຫວຂອງເຈົ້າຂອງທຸລະກິດຫຼ້າສຸດ ບໍ່ເກີນໜຶ່ງເດືອນ
  • ສຳເນົາເອກະສານຢັ້ງຢືນຫຼັກຊັບຄໍ້າປະກັນ
  • ສຳເນົາສັນຍາກູ້ຢືມຫຼືພາລະໜີ້ຕ້ອງສົ່ງຂອງຜູ້ສະເໜີກູ້ (ຖ້າມີ)
  • ຕາມການກຳນົດເພີ່ມອື່ນໆ
  • ສະກຸນເງິນ ອັດຕາຊື້ ອັດຕາຂາຍ
    USD 21.251 21.387
    THB 652,82 657,32
    CNY 2.997 3.052
    EUR 22.533 22.754
    VND 0,83 0,84
    ວັນທີ: 26-04-2024 ລາຍລະອຽດ »

    ບໍລິການ Bill Payment

    ATM Location

    ຈູດບໍລິການ ATM

    ຕິດຕາມ ທສກ ໄດ້ທີ່ :