ທະນາຄານສົ່ງເສີມກະສິກຳ ມອບເງິນອຸປະຖຳຈັດງານ ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປີ 2022 ແລະ ພິທີເປີດ ອຸທິຍານແຫ່ງຊາດ ດົງຫົວສາວ ແລະ ອຸທິຍານແຫ່ງຊາດ ເຊປຽນ.

ໃນວັນທີ16 ກຸມພາ 2022 ທະນາຄານສົ່ງເສີມກະສິກໍາ ໄດ້ມອບເງິນຈໍານວນ 10.000.000ກີບ ເພື່ອປະກອບສ່ວນອຸປະຖຳຈັດງານ ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ປີ 2022 ແລະ ພິທີເປີດ ອຸທິຍານແຫ່ງຊາດ ດົງຫົວສາວ ແລະ ອຸທິຍານແຫ່ງຊາດ ເຊປຽນ, ໃຫ້ກຽດຕາງໜ້າມອບໂດຍທ່ານ ພິມມະວັນ ສິງສະຖິດ ຮອງຫົວໜ້າ ທະນາຄານສົ່ງເສີມກະສິກຳ ສາຂາ ຈຳປາສັກ ແລະ ຕາງໜ້າກ່າວຮັບໂດຍທ່ານແສງຈັນຄໍາມູນທາຮອງປະທານສະມາຄົມກາເຟລາວ ໂດຍມີພະນັກງານທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ, ເຊິ່ງການປະກອບສ່ວນໃນຄັ້ງນີ້ເພື່ອເປັນສ່ວນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດສະບຽງອາຫານ, ການປູກຝັງ-ລ້ຽງສັດ, ເປັນກອງທຶນປົກປັກຮັກສາຊີວະນາໆພັນ ແລະ ພັດທະນາອຸທິຍານແຫ່ງຊາດ ດົງຫົວສາວ, ອຸທິຍານແຫ່ງຊາດ ເຊປຽນ ໃນເຂດພູພຽງບໍລະເວນ ໃຫ້ຢືນຍົງ.
ສະກຸນເງິນ ອັດຕາຊື້ ອັດຕາຂາຍ
USD 21,397 21,774
THB 634.50 647.00
CNY 2,916 2,974
EUR 23,018 23,243
VND 0.81 0.84
ວັນທີ: 17-03-2025 ລາຍລະອຽດ »

ບໍລິການ Bill Payment

ATM Location

ຈູດບໍລິການ ATM

ຕິດຕາມ ທສກ ໄດ້ທີ່ :