ຜະລິດຕະພັນທາງອີເລັກໂຕຼນິກ.

ບໍລິການຕູ້ ATM ແລະ ຕູ້ຝາກ-ຖອນເງິນ CDM:

- ຈໍານວນຕູ້ ATM 129 ໜ່ວຍທົ່ວປະເທດ.
- ຕູ້ຝາກ-ຖອນເງິນ (CDM)3 ໜ່ວຍທົ່ວປະເທດ.

ຄວາມສາມາດຂອງຕູ້ ATM, ຕູ້ຝາກ-ຖອນເງິນ CDM ຝາກ-ຖອນມີ 6 ຄວາມສາມາດດັ່ງລຸ່ມນີ້:

1) ຕູ້ ATM ຝາກ-ຖອນ ສາມາດຝາກໄດ້ 3 ສະກຸນເງິນຄື: ກີບ, ບາດ, ໂດລາສະຫະລັດ.
2) ສາມາດຖອນ-ໂອນເງິນ
3) ຖອນເງິນໂອນລອຍ-ໂອນລອຍ
4) ຖອນ-ໂອນເງິນຂ້າມທະນາຄານ
5) ກວດເງິນເງິນໃນບັນຊີ
6) ປ່ຽນລະຫັດບັດ ATM

ການຖອນເງິນຜ່ານຕູ້ ATM:

ທ່າ​ນສາມາດ​ຖອນ​ເງິນ​ຜ່ານ​ຕູ້ ATM ທສກ ມື້ໜຶ່ງ​ສູງ​ສຸດ:
  • ສະກຸນ​ເງິນ​ກີບ 10​,000,000 ກີບ/ມື້ ແລະ ຖອນ​ໄດ້​ສູງ​ສຸດ 2,000,000 ກີບ/ຄັ້ງ
  • ບັນຊີທີ່ເປັນສະກຸນເງິນຕາຕ່າງປະເທດເວລາຖອນເງິນສົດຈະໄດ້ຮັບເປັນເງິນກີບໂດຍຜ່ານອັດຕາແລກປ່ຽນປະຈຳວັນ.
  • ຖອນເງິນຂ້າມທະນາຄານຜ່ານຕູ້ ATM ໃຊ້ຮ່ວມກັນໄດ້ຫຼາຍທະນາຄານ 16 ທະນາຄານ:

    1) ທະນາຄານສົ່ງເສີມກະສິກຳ
    2) ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
    3) ທະນາຄານ ພັດທະນາລາວ
    4) ທະນາຄານ ອິນໂດຈີນ ຈຳກັດ
    5) ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ
    6) ທະນາຄານ ຮ່ວມພັດທະນາ
    7) ທະນາຄານ ຫວຽດຕິນ ລາວ ຈຳກັດ
    8) ທະນາຄານ ບີໄອຊີ ລາວ ຈໍາກັດ
    9) ທະນາຄານ ອຸດສະຫະກໍາ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງ (ໄອຊີບີຊີ)
    10) ທະນາຄານ ມາລູຮານ ເຈແປນລາວ ຈຳກັດ
    11) ທະນາຄານ ແຫ່ງ ປະເທດຈີນ ຈຳກັດ ສາຂາ ນະຄອນຫຼວງວຽງຈັນ.
    12) ທະນາຄານ ເອຊີລີດາລາວ ຈຳກັດ
    13) ທະນາຄານ ສາຄອມແບ້ງ ລາວ
    14) ທະນາຄານ ເອສທີຈຳກັດ
    15) ທະນາຄານ ພາບລິກ ເບີຣາດ ມະຫາຊົນ
    16) ທະນາຄານ ກະສິກອນໄທ ຈຳກັດ

    ການໂອນເງິນຜ່ານຕູ້ ATM ທສກ:

  • ເງິນ​ກີບ​ສາມາດ​ໂອນ​ໄດ້ສູງສູດ 120,000,000 ກີບ/ບັນຊີ/ຄັ້ງ.
  • ເງິນ​ກີບ​ສາມາດ​ໂອນ​ໄດ້ 150,000,000 ກີບ/ບັນຊີ/ມື້.
  • ເງິນ​ໂດ​ລາ​ສາມາດ​ໂອນ​ໄດ້ 10,000 ​ໂດ​ລາ/ບັນຊີ/ມື້.
  • ເງິນ​ບາດ​ສາມາດ​ໂອນ​ໄດ້ 300,000 ບາດ/ບັນຊີ/ມື້.
  • ການໂອນເງິນຜ່ານຕູ້ ATM ທສກ:

  • ເງິນ​ກີບ​ສາມາດ​ໂອນ​ໄດ້ສູງສູດ 120,000,000 ກີບ/ບັນຊີ/ຄັ້ງ.
  • ເງິນ​ກີບ​ສາມາດ​ໂອນ​ໄດ້ 150,000,000 ກີບ/ບັນຊີ/ມື້.
  • ເງິນ​ໂດ​ລາ​ສາມາດ​ໂອນ​ໄດ້ 10,000 ​ໂດ​ລາ/ບັນຊີ/ມື້.
  • ເງິນ​ບາດ​ສາມາດ​ໂອນ​ໄດ້ 300,000 ບາດ/ບັນຊີ/ມື້.
  • ໂອນເງິນຂ້າມທະນາຄານຜ່ານຕູ້ ເອທີເອັມ ໄດ້ 13 ທະນາຄານ ຄື:

    1) ທະນາຄານ ສົ່ງເສີມກະສິກຳ
    2) ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
    3) ທະນາຄານ ພັດທະນາລາວ
    4) ທະນາຄານ ຮ່ວມພັດທະນາ
    5) ທະນາຄານ ມາລູຮານ ເຈແປນລາວ ຈຳກັດ
    6) ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ
    7) ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ
    8) ທະນາຄານ ບີໄອຊີ ລາວ ຈໍາກັດ
    9) ທະນາຄານ ຊາຄອມແບ້ງ
    10) ທະນາຄານ ອິນໂດຈີນ ຈຳກັດ
    11) ທະນາຄານ ເອສທີ ຈຳກັດ
    12) ທະນາຄານ ກະສິກອນໄທ ຈຳກັດ
    13) ທະນາຄານ ພາບລິກ ເບີຣາດ ມະຫາຊົນ

    ເງື່ອນໄຂການນໍາໃຊ້ບັດ ATM:

  • ຕ້ອງເປີດ​ບັນຊີ​ເງິນ​ຝາກ​ປະຢັດ ​ຫຼື ບັນຊີ​ເງິນ​ຝາກກະ​ແສ​ລາຍ​ວັນ ນຳ ທສກ
  • ເອກະສານ: ມີບັດປະຈຳຕົວ ຫຼື ໜັງສື​ເດີນທາງ (passport) ຫຼື ປື້​ມສຳມະໂມຄົວ
  • ໝາຍເຫດ:

  • ລຸກຄ້າຕ້ອງຮັກສາຍອດເຫຼືອເງິນໃນບັນຊີຕໍ່າສຸດສໍາລັບປະເພດເງິນຝາກປະຢັດສະກຸນເງິນກີບ: 50,000 ກີບ, ສະກຸນ ເງິນໂດລາສະຫະລັດ: 20 ໂດລາ, ສະກຸນເງິນບາດໄທ: 500 ບາດ.
  • ສໍາລັບປະເພດບັນຊີເງິນຝາກກະແສລາຍວັນສະກຸນ ເງິນກີບ:100,000 ກີບ, ສະກຸນເງິນໂດລາສະຫະລັດ: 50 ໂດລາ, ສະກຸນເງິນບາດໄທ: 1,000 ບາດ.
  • Mepom


    ຄວາມສາມາດຂອງ Mepom ມີທັງໝົດ 23 ຄວາມສາມາດຄື:

    1. ໂອນເງິນ;
    - ໂອນລອຍ (ບັນຊີຫາບໍ່ມີບັນຊີ, ຮັບເງິນໂອນຜ່ານປ່ອງບໍລິການ ຫຼື ຕູ້ ATM);
    - ກວດການເຄື່ອນໄຫວບັນຊີ;
    - ກວດຍອດເງິນໃນບັນຊີ;
    - ຊໍາລະຄ່າໄຟຟ້າໄດ້ທົ່ວປະເທດ;
    - ຊໍາລະຄ່ານ້ຳປະປາ ໄດ້ທົ່ວປະເທດ, ຍົກເວັ້ນແຂວງຜົ້ງສາລີ ແລະ ສະຫວັນນະເຂດ;
    - ຊໍາລະຄ່າທຳນຽມທາງ;
    - ຊໍາລະຄ່າພາສີທີ່ດິນ;
    - ຊໍາລະຄ່າອາກອນ;
    10. ຊຳລະຄ່າໂທລະສັບຕັ້ງໂຕະ - ເບີລາຍເດືອນ,ຄ່າອິນເຕີເນັດ-ສາຍເຊົ່າທຸກເຄືອຂ່າຍ
    11. ຕື່ມມູນຄ່າໂທໄດ້ທຸກເຄືອຂ່າຍ (M-phone, ETL, Unitel, T-Plus);
    12. ຊໍາລະຄ່າງວດ ຜ່ອນລົດ-ຜ່ອນສິນຄ້າຕ່າງໆ;
    13. ຊໍາລະຄ່າສິນຄ້າ ແລະ ບໍລິການພາຍໃນ ແລະ ຂ້າມທະນາຄານ ຜ່ານເລກບັນຊີ ແລະ QR Code
    14. ກວດອັດຕາແລກປ່ຽນປະຈຳວັນ;
    15. ກວດເບີ່ງຈຸດທີ່ຕັ້ງໜ່ວຍບໍລິການ, ຕູ້ ATM ແລະ ປະຕິທິນອອນໄລ;
    16. ສົ່ງຂໍ້ຄວາມ (ແຊັດ ແລະ ໂທ) ຫາກັນໄດ້;
    17. ກວດສອບລາຍການທຸລະກຳການໂອນເງິນ ແລະ ຈ່າຍຊຳລະສິນຄ້າ ME PROOF;
    18. ສະໝັກ SMS Banking (ຮັບຂໍ້ຄວາມສັ້ນແຈ້ງເຕືອນການເຄື່ອນໄຫວບັນຊີ);
    19. ຊໍາລະສິນ ເຊື່ອກຸງສີ, ໂຄລາວ ແລະ ມະຫາທຶນ;
    20. ຕື່ມເງິນເຂົ້າກະເປົາເງິນ M-Money, U-Money ແລະ E-2pay;
    21. ກະເປົາ Wallet;
    22. ຊໍາລະຂ້າມທະນາຄານຜ່ານ QR Code (Lao LAPNET) ແລະ ເລກບັນຊີ;
    23. ຊຳລະ ບັນຊີຕະຫຼາດຫຼັກຊັບ (ບໍລິສັດຫຼັກຊັບ ລາວ - ຈິນ ຈໍາກັດ);

    SMS Banking (ຮັບ-ສົ່ງຂໍ້ຄວາມສັ້ນ ການເຄື່ອນໄຫວບັນຊີ):

    - ເຄືອຄ່າຍທີ່ສາມາດນຳໃຊ້ໄດ້ໃນເຄືອຂ່າຍ M-phone, ETL, Unitel, T-Plusໂດຍສາມາດເຂົ້າມາລົງທະບຽນນຳໃຊ້ SMS Bankingໄດ້ ທຸກສາຂາ ແລະ ໜ່ວຍບໍລິການ ຂອງ ທສກ
    - ຂໍ້ມູນການນຳໃຊ້:
    1 ກວດຍອດເງິນໃນບັນຊີພີມ BAL1ແລ້ວສົ່ງ ໄປທີ່ໝາຍເລກ 1430 (1 ໝາຍເຖິງບັນຊີທີ 1 ຖ້າສະໝັກຫຼາຍບັນຊີ Bal2 3 4…. ຕາມລໍາດັບ)
    2 ກວດລາຍການເຄື່ອນໄຫວບັນຊີ 5 ຄັ້ງລ່າສຸດພີມ STM1ແລ້ວສົ່ງ ໄປທີ່ໝາຍເລກ 1430 (1 ໝາຍເຖິງບັນຊີທີ 1 ຖ້າ ສະໝັກຫຼາຍບັນຊີ STM2 3 4…. ຕາມລໍາດັບ)
    3 ກວດເບິ່ງອັດຕາແລກປ່ຽນປະຈໍາວັນພີມ EXCHແລ້ວສົ່ງ ໄປທີ່ໝາຍເລກ 1430.
    ບໍລິການຖອນເງິນດ່ວນ Fast cash ປະກອບຟອມຖອນເງິນຜ່ານ ແອັບ APB Fast cash(ປະຈຸບັນທົດລອງນຳໃຊ້ສະເພາະພະນັກງານ ທສກ ຢູ່ສຳນັກງານໃຫຍ່ ແລະ ສາຂາ ນະຄອນຫຼວງວຽງຈັນ)
    ສະກຸນເງິນ ອັດຕາຊື້ ອັດຕາຂາຍ
    USD 21.251 21.387
    THB 652,82 657,32
    CNY 2.997 3.052
    EUR 22.533 22.754
    VND 0,83 0,84
    ວັນທີ: 26-04-2024 ລາຍລະອຽດ »

    ບໍລິການ Bill Payment

    ATM Location

    ຈູດບໍລິການ ATM

    ຕິດຕາມ ທສກ ໄດ້ທີ່ :