ການບໍລິການໂອນເງິນ

ໂອນເງິນພາຍໃນ ທສກ:

  • ໂອນເງິນພາຍໃນ ທສກ ບັນຊີ - ບັນຊີ: ລູກຄ້າມີບັນຊີ ທສກ ໂອນເງິນເຂົ້າບັນຊີລູກຄ້າ ທສກເຊິ່ງປາຍທາງສາມາດຮັບເງິນໄດ້ທັນທີ.
  • ໂອນເງິນພາຍໃນ ທສກ ບໍ່ມີບັນຊີ - ມີບັນຊີ: ລູກຄ້າທີ່ບໍ່ມີບັນຊີນຳ ທສກ ແຕ່ສາມາດນຳເງິນສົດ, ແຊັກ ທະນາຄານອື່ນ...ໂອນເງິນເຂົ້າບັນຊີລູກຄ້າທີ່ມີບັນຊີ ທສກ ເຊິ່ງປາຍທາງສາມາດຮັບເງິນໄດ້ທັນທີ.
  • ໂອນເງິນພາຍໃນ ທສກ ບໍ່ມີບັນຊີ - ບໍ່ມີບັນຊີ: ລູກຄ້າທີ່ບໍ່ມີບັນຊີນຳ ທສກ ສາມາດນຳເງິນສົດມອບໃຫ້ລູກຄ້າປາຍທາງ, ໂດຍລະບຸເອກະສານ ຢັ້ງຢືນຕົວຕົນທີ່ຍັງບໍ່ທັນໝົດອາຍຸການນໍາໃຊ້ (ບັດປະຈຳຕົວ ຫຼື ສຳມະໂນຄົວ ແລະ ພາສປອດ) ເຊິ່ງປາຍທາງສາມາດຮັບເງິນໄດ້ພາຍໃນ 15 ນາທີ.
  • ໂອນເງິນພາຍໃນ ທສກ ບໍ່ມີບັນຊີ - ບໍ່ມີບັນຊີ: ລູກຄ້າທີ່ບໍ່ມີບັນຊີນຳ ທສກ ແຕ່ສາມາດນຳເງິນສົດ, ແຊັກ ທະນາຄານອື່ນ ໂອນໃຫ້ລູກຄ້າປາຍທາງ ໂດຍໂອນຜ່ານເລກບັດປະຈຳຕົວ ຫຼື ສຳມະໂນຄົວ ແລະ ອື່ນໆ ເຊິ່ງປາຍທາງສາມາດຮັບເງິນໄດ້ພາຍໃນ 15 ນາທີ.
  • ການບໍລິການໂອນເງິນຜ່ານລະບົບຈາກບັນຊີໜື່ງໄປ ຫຼາຍບັນຊີ: ລູກຄ້າທີ່ມີບັນຊີ ທສກ ສາມາດມານຳໃຊ້ບໍລິການໂອນເງິນ ຈາກບັນຊີໜຶ່ງຫາຫຼາຍບັນຊີ ເຊັ່ນ : ການໂອນຊຳລະເງິນເດືອນ ແລະ ອື່ນໆ...
  • ໂອນລະຫວ່າງທະນາຄານ ແລະ ສະຖາບັນອື່ນ:

  • ໂອນເງິນດ່ວນ RTGS ສະເພາະລູກຄ້າ : ທສກ ໂອນໄປທະນາຄານອື່ນ ປາຍທາງຕ້ອງມືບັນຊີ, ທສກ ຮັບໂອນຈາກທະນາຄານອື່ນເຂົ້າບັນຊີ ທສກ.
  • ມອບເງິນສົດເຂົ້າບັນຊີ ຫຼື ໂອນຕໍ່ໄປ ທະນາຄານອື່ນດ້ວຍການອອກແຊັກ, ຢັ່ງຢືນແຊກ (ວິຊ້າແຊກ) ແລະ ອື່ນໆ.
  • ຮັບໂອນຈາກທະນາຄານອື່ນໂດຍແຟັກ,ອາວີ, ແຊັກ, ແລະ ອື່ນໆ ພາຍໃນປະເທດເພື່ອເຂົ້າບັນຊີ ທສກ.
  • ບໍລິການຊື້ແຊັກຕ່າງປະເທດ:

  • ຊື້ແຊັກເງິນສົດ(ແຊັກເດີນທາງ)ຈ່າຍເປັນເງິນກີບ.
  • ຊື້ແຊັກຊ່ວຍເຫຼືອຄອບຄົວຈ່າຍເປັນເງິນກີບ.
  • ຮັບຊື້ແຊັກທີ່ນຳສະເໜີຈາກອົງການຈັດຕັ້ງສາກົນ.
  • ໂອນເງິນລະຫວ່າງປະເທດ:

  • ໂອນເງິນດ່ວນຜ່ານລະບົບ Western Union.
  • ໂອນເງິນລະຫວ່າງ ທະນາຄານສົ່ງເສີມກະສິກຳ ຫາ ທະນາຄານ ກະສິກຳຫວຽດນາມ (ຊຳລະສະສາງລະຫວ່າງຊາຍແດນ) ຈຸດບໍລິການແດນສະຫວັນ-ລາວບາວ.
  • ໂອນຜ່ານລະບົບ SWIFT: ໂອນເງິນລະຫວ່າງ ທສກ ແລະ ທກສ ແລະ ທະນາຄານທຸລະກິດອື່ນໆ ພາຍໃນປະເທດໄທ ມີຈຸດໃຫ້ບໍລິການທົ່ວປະເທດ.
  • ບໍລິການໂອນເງິນຜ່ານ SWIFT

  • ໂອນເງິນລະຫວ່າງ ທສກ ແລະ ທກສ ແລະ ທະນາຄານທຸລະກິດອື່ນໆ ພາຍໃນປະເທດໄທ
  • ການໂອນເງິນໄປປະເທດໄທໂດຍຜ່ານ ທກສ:

  • ທະນາຄານການສົ່ງເສິມກະສິກຳ ຕອບສະໜອງທ່ານທີ່ຕ້ອງການໂອນເງິນໄປ ປະເທດໄທ ເພື່ອຊຳລະຄ່າສິນຄ້າ ຄ່າບໍລິການ, ຄ່າຮ່ຳຮຽນ, ຄ່າປິ່ນປົວພະຍາດ ແລະ ອື່ນໆ ດ້ວຍຄວາມປອດໄພ, ວ່ອງໄວ ແລະຊັດເຈນຜ່ານເຄືອຂ່າຍທະນາຄານຕົວແທນ ຂອງ ທສກ ຢູ່ປະເທດໄທ. ທ່ານສາມາດ ໂອນຜ່ານລະບົບ SWIFTເຊິ່ງເປັນ ລະບົບມາດຕະຖານສາກົນ ທີ່ຍອມຮັບທົ່ວໂລກ
  • SWIFT Code: AGPBLALA
  • ຈຸດປະສົງ ແລະ ເປົ້າໝາຍໃນການໂອນເງີນໄປຕ່າງປະເທດ:

    ສໍາລັບ ລູກຄ້າສ່ວນບຸກຄົນທ່ານສາມາດໂອນເງິນໄປຕ່າງປະເທດເພື່ອຊໍາລະ ຄ່າປິ່ນປົວ, ການສຶກສາ, ຢ້ຽມຢາມຕ່າງປະເທດ ຕາມລະບຽບການທີ່ທະຄານແຫ່ງ ສປປລາວ ວາງອອກ.

    ຜົນປະໂຫຍດທີ່ໄດ້ຮັບ:

  • ໂອນເງິນໄປທຸກທະນາຄານຢູ່ໃນປະເທດໄທປະເທດວອ່ງໄວ ແລະປອດໄພ.
  • ທ່ານສາມາດໂອນເງິນສົດ ຫຼື ຫັກເງິນຈາກບັນຊີຂອງທ່ານກໍ່ໄດ້.
  • ທສກ ຍິນດີຊ່ວຍທ່ານໃນການແລກປ່ຽນເງິນຕາຕ່າງປະເທດເພື່ອໂອນຕາມຄວາມຕ້ອງການ.
  • ຮັບປະກັນຄວາມປອດໄພ.
  • ເງື່ອນໄຂການໃຊ້ບໍລິການ:

  • ສຳລັບ ບຸກຄົນທີ່ເປັນຄົນຕ່າງປະເທດ: ຕ້ອງມີໜັງສືເດີນທາງ ພອ້ມກັບວີຊາເຂົ້າ ປະເທດລາວ ທີ່ຍັງບໍ່ໝົດກຳໜົດ ພ້ອມທັງປະກອບແບບຟອມໃນການໂອນເງິນ.
  • ສຳລັບ ບຸກຄົນທີ່ເປັນຄົນລາວ: ຕ້ອງມີບັດປະຈຳຕົວ ຫຼື ປຶ້ມສຳມະໂນຄົວ ທີ່ຍັງບໍ່ໝົດກຳໜົດ ພ້ອມທັງປະກອບແບບຟອມໃນການໂອນເງິນ.
  • ທະນາຄານຕົວແທນ Correspondent Bank
    Currency Bank name Country SWIFT CODE
    THB      
    1 Bank for Agriculture and Agricultural Co-operatives Thailand AGPBTHBKXXX
    ສະກຸນເງິນ ອັດຕາຊື້ ອັດຕາຂາຍ
    USD 21.251 21.387
    THB 652,82 657,32
    CNY 2.997 3.052
    EUR 22.533 22.754
    VND 0,83 0,84
    ວັນທີ: 26-04-2024 ລາຍລະອຽດ »

    ບໍລິການ Bill Payment

    ATM Location

    ຈູດບໍລິການ ATM

    ຕິດຕາມ ທສກ ໄດ້ທີ່ :