ໃນຕອນເຊົ້າ ຂອງ ວັນທີ 5 ກຸມພາ 2025 ທະນາຄານ ສົ່ງເສີມກະສິກຳ ຈຳກັດ (ທສກ) ກັບ ທະນາຄານ ເພື່ອການກະເສດ ແລະ ສະຫະກອນການກະເສດ (ທກສ) ແຫ່ງ ລາດຊະອານາຈັກໄທ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປີດໂຕການໃຫ້ບໍລິການໂອນເງິນລະຫວ່າງ ໄທ-ລາວ ເພື່ອອໍານວຍຄວາມສະດວກໃຫ້ແກ່ແຮງງານລາວທີ່ເດີນທາງໄປເຮັດວຽກ ແລະ ປະກອບອາຊີບຢູ່ປະເທດໄທ ໃຫ້ເຂົາເຈົ້າເຫຼົ່ານັ້ນສາມາດໂອນເງິນກັບບ້ານໄດ້ຢ່າງວ່ອງໄວ, ປອດໄພໃນອັດຕາຄ່າທຳນຽມຕ່ຳ ແລະ ປະຢັດຄ່າໃຊ້ຈ່າຍຫຼາຍຂຶ້ນ. ການບໍລິການແມ່ນແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ພາຍຫຼັງລົງນາມເປັນຕົ້ນໄປຄົນລາວທີ່ໄປປະກອບອາຊີບ ຫຼື ອາໃສຢູ່ ປະເທດໄທ ສາມາດເງິນໂອນກັບບ້ານໄດ້ຜ່ານປ່ອງບໍລິການຂອງ ທກສ ທຸກສາຂາທົ່ວປະເທດ. ໄລຍະທີ 2 ແມ່ນຈະເລີ່ມບໍລິການຜ່ານລະບົບແອັບພລິເຄຊັນເທິງມືຖື ພຽງແຕ່ດາວໂຫຼດ ແລະ ເປີດນໍາໃຊ້ App Mobile Banking ກໍ່ສາມາດໂອນເງິນໄປຫາບັນຊີປາຍທາງໄດ້ຢ່າງສະດວກສະບາຍ ຫຼື ຕັ້ງຄ່າໃຫ້ໂອນເງິນກັບບ້ານແບບອັດຕະໂນມັດສໍາລັບຜູ້ທີ່ປະກອບອາຊີບ ແລະ ເຮັດວຽກງານຢູ່ປະເທດໄທ ໂດຍບໍ່ຕ້ອງເດີນທາງໄປທີ່ປ່ອງບໍລິການທີ່ທະນາຄານ.
ພິທີຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ແມ່ນມີຜູ້ຕາງໜ້າຈາກທັງສອງຝ່າຍຄື ທສກ ລົງນາມໂດຍ ທ່ານ ພິລາວັນ ສໍພາບມີໄຊ, ຜູ້ອໍານວຍການ ທສກ ແລະ ຕາງໜ້າຝ່າຍ ທກສ ລົງນາມໂດຍ ທ່ານ ຊັດໄຊ ສີຣິໄລ, ຜູ້ຈັດການ ທກສ. ພິທີດັ່ງກ່າວຍັງໄດ້ຮັບກຽດກ່າວມີຄໍາເຫັນຕໍ່ໂຄງການຮ່ວມມືລະຫວ່າງ ທສກ ແລະ ທກສ ໂດຍ ທ່ານ ພົງໄຊສັກ ອິນທະລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ, ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະລະຊະທູດໄທ ປະຈຳ ສປປ ລາວ ຊຶ່ງການນໍາຂັ້ນສູງຈາກທັງສອງຝ່າຍຍົກໃຫ້ເຫັນຄວາມສໍາຄັນໃນການຮ່ວມມື ແລະ ການສະໜັບສະໜູນຈາກລັດຖະບານທັງສອງຝ່າຍ ລາວ ແລະ ໄທ. ນອກນັ້ນ, ພິທີດັ່ງກ່າວຍັງໄດ້ມີຜູ້ເຂົ້າຮ່ວມຈາກການຈັດຕັ້ງພາກລັດ ແລະ ເອກະຊົນເຂົ້າຮ່ວມຄື: ຄະນະນຳຂັ້ນກົມຈາກ ທະນາຄານ ແຫ່ງ ສປປ ລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງິນ, ກະຊວງປ້ອງກັນຄວາມສະຫງົບ, ສຳນັກງານນາຍົກລັດຖະມົນຕີ, ສະມາຄົມບໍລິການຈັດຫາງານ, ບັນດາບໍລິສັດຈັດຫາງານ, ຄະນະຜູ້ບໍລິຫານຈາກທັງສອງຝ່າຍ ແລະ ແຂກຜູ້ເຂົ້າຮ່ວມທຸກທ່ານ ຮ່ວມເປັນສັກຂີພະຍານທີ່ ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ.
ການພັດທະນາໂຄງການຮ່ວມມືໃນຄັ້ງນີ້ແມ່ນເພື່ອເປັນການດໍາເນີນງານການຈັດຕັ້ງປະຕິບັດວຽກງານຕາມ ບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນຮ່ວມກັນກ່ອນໜ້ານີ້ລະຫວ່າງ ທສກ ກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ຜູ້ອອກແຮງງານ ໃຫ້ສາມາດເຂົ້າເຖິງການມີວຽກເຮັດງານທໍາທັງພາຍໃນ ແລະ ຕ່າງປະເທດ ກໍ່ຄື ການໃຫ້ບໍລິການສິນເຊື່ອສໍາລັບແຮງງານ ແລະ ການບໍລິການໂອນເງິນກັບບ້ານຜ່ານລະບົບທະນາຄານຂອງແຮງງານລາວທີ່ຢູ່ຕ່າງປະເທດ. ວຽກງານດັ່ງກ່າວນີ້ຖືເປັນໜື່ງໃນວຽກງານບູລິມະສິດຂອງ ທສກ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາແຮງງານລາວທີ່ໄປປະກອບອາຊີບ ແລະ ເຮັດວຽກຢູ່ປະເທດໄທ ໃຫ້ສາມາດເຂົ້າເຖິງການບໍລິການທາງການເງິນທີ່ຖືກຕ້ອງຕາມກົດໝາຍ ແລະ ປອດໄພ. ນອກຈາກນີ້, ວຽກງານດັ່ງກ່າວຍັງເປັນການສ້າງເງື່ອນໄຂທີ່ສະດວກໃຫ້ແກ່ພາກລັດຖະບານເວົ້າລວມ, ເວົ້າສະເພາະກໍ່ຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສາມາດຕິດຕາມຈໍານວນຕົວເລກລາຍຮັບທີ່ເປັນເງິນຕາຕ່າງປະເທດຈາກການອອກໄປປະກອບອາຊີບຂອງຄົນລາວທີ່ຢູ່ຕ່າງປະເທດໃຫ້ມີຄວາມຖືກຕ້ອງ ແລະ ຊັດເຈນ ຮັບປະກັນໃຫ້ແກ່ວຽກງານຄຸ້ມຄອງ ແລະ ດັດສົມວຽກແຮງງານຕາມນະໂຍບາຍດ້ານແຮງງານຂອງລັດຖະບານ ເພື່ອປະກອບສ່ວນເຂົ້າໃນການພັດທະນາລະບົບເສດຖະກິດຂອງຊາດ.
ການລົງນາມເພື່ອຮ່ວມມືລະຫວ່າງສອງທະນາຄານຈາກສອງປະເທດ ຖືເປັນນິມິດໝາຍອັນດີໃນການເລີ່ມຕົ້ນ ຮ່ວມມືກັນພັດທະນາລະບົບການບໍລິການທາງການເງິນລະຫວ່າງປະເທດໃຫ້ມີຄວາມສະດວກ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງສັງຄົມ. ທັງສອງຝ່າຍ ທສກ ແລະ ທກສ ເຊື່ອໝັ້ນຢ່າງຍິ່ງວ່າການຮ່ວມມືຂອງທັງສອງທະນາຄານ ຈະບໍ່ຢຸດພຽງແຕ່ເທົ່ານີ້, ທັງສອງຝ່າຍ ທສກ ແລະ ທກສ ຍັງຈະສືບຕໍ່ຮ່ວມມືກັນໃນດ້ານອື່ນໆ ໂດຍອາໃສທ່າແຮງຂອງແຕ່ລະຝ່າຍ ສົມທົບກັບການສະໜັບສະໜູນຈາກພາກລັດຖະບານເພື່ອເຮັດໃຫ້ວຽກງານການບໍລິການ ແລະ ການພົວພັນທາງດ້ານການເງິນລະຫວ່າງສອງທະນາຄານໃຫ້ມີການພັດທະນາຢ່າງຮອບດ້ານຫຼາຍຂຶ້ນໃນອະນາຄົດ.
ສະກຸນເງິນ | ອັດຕາຊື້ | ອັດຕາຂາຍ |
---|---|---|
![]() |
21,400 | 21,777 |
![]() |
634.50 | 647.00 |
![]() |
2,908 | 2,966 |
![]() |
22,946 | 23,171 |
![]() |
0.81 | 0.84 |
ວັນທີ: 14-03-2025 ລາຍລະອຽດ » | ||